ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ
|
(vovworld) – ຕອນບ່າຍວັນທີ 17/4, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ ກໍ່ຄືບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ໃນໂອກາດນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ເຊື່ອໝັ້ນວ່າ: ບັນດາເນື້ອໃນ ແລະ ການກຳນົດທິດເຊິ່ງນາຍົກລັດຖະມົນຕີ 2 ປະເທດ ໄດ້ປຶກສາຫາລື ນຳກັນແມ່ນມີຄວາມໝາຍສຳຄັນ, ສ້າງກຳລັງໜູນ ແລະ ກາລະໂອກາດແຫ່ງການຮ່ວມມືໃໝ່, ນຳການພົວພັນ 2 ປະເທດພັດທະນາແຮງກ່ວາອີກ, ເໝາະສົມກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື ແລະ ຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ.
ສ່ວນທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ໃຫ້ຮູ້ວ່າ: ສີລັງກາ ພວມພິຈາລະນາສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ ສປຊ ແລະ ສະໜັບສະໜູນເລື່ອງ ຫວຽດນາມ ສະໝັກເລືອກຕັ້ງຜູ້ເປັນອຳນວຍການໃຫຍ່ UNESCO ອາຍຸການ 2017 -2021. ເມື່ອປະກາດກ່ຽວກັບໝາກຜົນຂອງການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຕອນເຊົ້າວັນທີ 17/4, ທ່ານນາຍົກລັດຖະມົນຕີ Ranil Wickremesinghe ໃຫ້ຮູ້ວ່າ: 2 ຝ່າຍບັນລຸໄດ້ຫຼາຍໝາກຜົນສຳຄັນດ້ວຍເປົ້າໝາຍຊຸກຍູ້ການພົວພັນການຄ້າ 2 ປະເທດບົນພື້ນຖານການພົວພັນການເມືອງໜັກແໜ້ນ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ. ທ່ານນາຍົກລັດຖະມົນຕີ Ranil Wickremesinghe ຖືວ່າການຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນ ອາຊີ ໃນນັ້ນມີບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແມ່ນສຳຄັນທີ່ສຸດ, ຜ່ານນັ້ນ, ຈະຊຸກຍູ້ການພັດທະນາເສດຖະກິດ, ສັງຄົງຢູ່ແຕ່ລະປະເທດ.