ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການ
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ເບລາຣຸດ Alexander Lukashenko, ຕອນເຊົ້າວັນທີ 26 ມິຖຸນາ, ທ່ານປະທານປະເທດ ເຈ່ີນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມສາທາລະນະລັດ ເບລາຣຸດ ແຕ່ວັນທີ 26 -28 ມິຖຸນາ 2017.
ທ່ານປະທານປະເທດ ເຈ່ີນດ້າຍກວາງ |
ການຢ້ຽມຢາມ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ມີຄວາມໝາຍສຳຄັນທີ່ສຸດ, ຢັ້ງຢືນ ຫວຽດນາມຖືເປັນສຳຄັນ ແລະ ປາດຖະໜາເພີ່ມທະວີການພົວພັນ 2 ຝ່າຍກັບ ສາທາລະນະລັດ ເບລາຣຸດ ຢ່າງບໍ່ຢຸດຢັ້ງ, ສ້າງກຳລັງໜູນຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນທຸກໆຂົງເຂດ.
ສິ້ນສຸດການຢ້ຽມຢາມ ເບລາຣຸດ ຢ່າງເປັນທາງການ, ໂດຍຮັບຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການແຕ່ວັນທີ 28 ມິຖຸນາ ຫາວັນທີ 1 ກໍລະກົດ 2017.