ປີ 2011 ຜ່ານມາ, ປະເທດຫວຽດນາມບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນການພັດທະນາເສດຖະກິດສັງຄົມ, ສ້າງປະຖົດປັດໃຈຢ່າງໝັ້ນຄົງໃຫ້ແກ່ປະເທດຊາດເພື່ອກ້າວເຂົ້າສູ່ປີ 2012 ດ້ວຍສັນຍານດີພໍສົມຄວນ. ເນື່ອງໃນໂອກາດຕົ້ນປີໃຫມ່ປີມະໂຣງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບໝາກຜົນຂອງບັນດາການເຄື່ອນໄຫວການຕ່າງປະເທດກໍຄືວຽກງານປະຕິຮູບດ້ານຕຸລາການຢູ່ຫວຽດນາມ. ນີ້ແມ່ນບັນດາຂົງເຂດມີຄວາມສຳຄັນຍິ່ງ ຮັບປະກັນໃຫ້ການພັດທະນາຢ່າງເປັນປົກກະຕິ ປະກອບສ່ວນປັບປຸງທີ່ຕັ້ງບົດບາດ ແລະ ແຫລ່ງກຳລັງຂອງປະເທດຊາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.
ເມື່ອເຕື້ອງເຖິງບັນດາຜົນງານການຕ່າງປະເທດຂອງຫວຽດນາມໃນປີຜ່ານມາ, ທ່ານປະທານປະເທດ ເຈືອງເຕີນຊາງຊີ້ແຈງວ່າ: ປີ 2011 ແມ່ນປີທຳອິດແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກທົ່ວະເທດຄັ້ງທີ11, ຜັນຂະຫຍາຍ ມະຕິ ມະຕິ ຢ່າງຮອບດ້ານ ນັບທັງນະໂຍບາຍພາຍໃນ ແລະ ການຕ່າງປະເທດ. ກອງປະຊຸມໃຫຍ່ຄັ້ງທີ 11ຂອງພັກ ໄດ້ສືບຕໍ່ຢືນຢັນ ແລະ ພັດທະນາແນວທາງຈາກກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ. ບົນເນື້ອໃນຈິດໃຈ ຫວຽດນາມຢາກເປັນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊ່ືອໃຈຂອງປະຊາຊາດໃນໂລກ, ເພື່ອສັນຕິພາບ, ເພື່ອຜົນປະໂຫຍດລວມ ພ້ອມກັນຮ່ວມມື, ພັດທະນາ, ແນວທາງນີ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງກວ່າ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ:
“ທີຫນື່ງແມ່ນ ບັນຫາການເມືອງການຕ່າງປະເທດ ປັບປຸງ ແລ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືທີ່ກ່ຽວຂ້ອງ. ບັນດາການຢ້ຽມຢາມເວົ້າສະເພາະ ແລະ ການຜັນຂະຫຍາຍແນວທາງການຕ່າງປະເທດຢ່າງຮອບດ້ານເວົ້າລວມໃນຕະຫລອດປີ 2011 ແມ່ນຕອບສະຫນອງຄວາມຕ້ອງການທີ່ສຸດ. ໃນຂະນະທີ່ສະພາບການເສດຖະກິດໂລກ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ວິກິດການການເງິນ, ການຊຸດໂຊມໃນທົ່ວໂລກໄດ້ສົ່ງຜົນກະທົບເຖິງບັນດາປະເທດ, ໃນນັ້ນ ມີຫວຽດນາມ ແຕ່ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊາດ, ບັນດາກຸ່ມບໍລິສັດ, ບໍລິສັດໃນໂລກ ທີ່ມີຕໍ່ ຫວຽດນາມ ຍັງເພີ່ມຂຶ້ນ. ຂ້າພະເຈົ້າຖືວ່າ ມັນບໍ່ແມ່ນເລ່ືອງບັງເອີນ ຫາກມັນເລີ່ມຕົ້ນຈາກນະໂຍບາຍ, ແຜນນະໂຍບາຍແນວທາງການເມືອງການຕ່າງປະເທດອັນສອດຄອ່ງ,ຖືກຕ້ອງພ້ອມກັບພະລັງພາຍໃນຂອງພື້ນຖານເສດຖະກິດຫວຽດນາມໃນການແກ້ໄຂຄວາມຫຍຸ້ງຍາກຂອງຕົນ.”
ຕາມທ່ານປະທານປະເທດ ເຈືອງເຕີນຊາງ ແລ້ວ, ບັນຫາທີສອງທີ່ຕ້ອງເຮັດໃຫ້ດີຂຶ້ນນັ້ນແມ່ນ ເສດຖະກິດການຄ້າ. ຫວຽດນາມ ມີການພົວພັນທາງດ້ານເສດຖະກິດການຄ້າກັບຫລາຍປະເທດໃນໂລກຢ່າງກວ້າງຂວາງ. ປີ 2011 ແມ່ນປີ ທີ່ຫວຽດນາມ ຄວບຄຸມໄພເງິນເຟີ້ໄດ້, ຫລາຍຂົງເຂດເສດຖະກິດໄດ້ຮັບການຮັກສາເປັນປົກກະຕິ,ການຈະເລີນເຕີບໂຕໃນປີບັນລຸປະມານ 6%.
ທ່ານປະທານປະເທດກໍຖືວ່າ ບັນຫາທີ 3 ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດໃນໄລຍະຜ່ານມາກໍໄດ້ປະກອບສ່ວນເພີ່ມທະວີວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ທັງຮັກສາອະທິປະໄຕຂອງປະເທດຊາດ, ຄວາມສັນຕິພາບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງເພື່ອປະຕິບັດການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ຕາມແນວທາງຂອງພັກກອມມູນິດຫວຽດນາມ.
ດ້ວຍຖານະແມ່ນຫົວຫນ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ, ທ່ານປະທານປະເທດ ເຈືອງເຕີນຊາງ ກໍສະເຫນີເນື້ອໃນຫນຶ່ງທີ່ສຳຄັນ ນັ້ນແມ່ນວາງແຜນກຳນົດ ຍົກສູງວຽກງານປະຕິຮູບໃນໄລຍະຈະມາເຖິງ.
ໃນເນື້ອໃນຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານປະທານປະເທດເຈືອງເຕີນຊາງ ຖືວ່າ: ບັນດາໝາກຜົນນີ້ແມ່ນຜົນງານເບື້ອງຕົ້ນໃຫ້ແກ່ບາດກ້າວຕໍ່ໄປ ເພື່ອຜັນຂະຫຍາຍ ແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ຢ່າງຮອບດ້ານ ໃນປີ 2012, ເພື່ອເສີມຂະຫຍາຍບັນດາຄວາມສະດວກ, ຜ່ານຜ່າບັນດາສິ່ງທ້າທາຍ ຄວາມຫຍຸ້ງຍາກ ເພື່ອນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃຫມ່. ທ່ານປະທານປະເທດເຈືອງເຕີນຊາງຊີ້ແຈງວ່າ:
“ຜ່ານຫນຶ່ງປີອາດຈະເວົ້າໄດ້ວ່າ ຕໍ່ຫນ້າສະພາບການຂອງໂລກທີ່ໄປດ້ວຍຄວາມສັບສົນຫລາຍຢ່າງ, ຢູ່ພາຍໃນປະເທດຄຽງຂ້າງສິ່ງສະດວກ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ແຕ່ດ້ວຍຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ, ບັນດາຄວາມມານະພະຍາຍາມນັ້ນໄດ້ນຳມາຊຶ່ງບັນດາປະສິດທິຜົນດີພໍສົມຄວນ. ກ່ຽວກັບເສດຖະກິດ ສັງຄົມ, ຂ້າພະເຈົ້າຖືວ່າ ມີບັນດາຄວາມຄືບຫນ້າພໍສົມຄວນ, ໝາຍຄວາມວ່າ ບັນດານະໂຍບາຍ, ແຜນນະໂຍບາຍທີ່ໄດ້ວາງອອກແມ່ນຖືກຕ້ອງ ສະນັ້ນ ຈຶ່ງບັນລຸໄດ້ໝາກຜົນຄືແນວນັ້ນ.”
ທ່ານປະທານປະເທດເຈືອງເຕີນຊາງ ຖືວ່າ ບັນດາໝາກຜົນໃນເບື້ອງຕົ້ນທີ່ສຳຄັນຂອງປີ 2011 ຈະສ້າງປະຖົມປັດໃຈປະກອບສ່ວນເຂົ້າໃນການປະຕິບັດຈຸດໝາຍຫັນປະເທດຊາດເປັນອຸດສາຫະກຳແລະທັນສະໄໝ./.