ປະທານປະເທດ ເຈືອງເຕິ໋ນຊາງ ປະຕິບັດງານຢູ່ແຂວງກອນຕຸມ.

ປະທານປະເທດ ເຈືອງເຕິ໋ນຊາງ ປະຕິບັດງານຢູ່ແຂວງກອນຕຸມ. - ảnh 1
ທ່ານປະທານ​ປະ​ເທữຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 707 (ພາບ:.kontum.gov.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 15/3, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ ຊາ​ໄທ່, ​ແຂວງ​ ກອນ​ຕຸ​ມ. ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ລົງ​ກວດກາ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ຕາມ​ເສັ້ນ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ, ຕອນ​ຂຶ້ນ​ກັບ​ເມືອງ ຊາ​ໄທ່. ​ເມື່ອ​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 707, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ແນະ​ນຳ​ໃຫ້​ພະນັກງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ 707 ຄວນ​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃຫ້​ດີກ​ວ່າ​ອີກ, ມີ​ການ​ພົວພັນ​ຢ່າງ​ໄກ້​ສິດ​ຕິດ​ແທກ​ກັບ​ພໍ່​ແມ່​ປະຊາຊົນ​ເພື່ອ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ ​ແລະ ກໍ່ສ້າງ​ເສັ້ນ​ຊາຍ​ແດນ ຊາ​ໄທ່ ​ໃຫ້​ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕພາບ ​ແລະ​ພັດທະນາ.

       

ປະທານປະເທດ ເຈືອງເຕິ໋ນຊາງ ປະຕິບັດງານຢູ່ແຂວງກອນຕຸມ. - ảnh 2
ທ່ານປະທານ​ປະ​ເທດໄປ​ຢ້ຽມຢາມ​ໝູ່​ບ້ານ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ​ (ພາບ:.kontum.gov.vn)

”ກຳລັງ​ປ້ອງ​ກັນຊາ​ຍ​ແດນ​​ເຄີຍມີ​ມູນ​ເຊື້ອ​ຊ່ວຍ​ເຫຼືອ​ປະຊາຊົນ​ພັດທະນາ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ. ​ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ຄວາມ​ຮູ້​ທີ່​ມີ​ຢູ່​ແລ້ວ​ມາ​ຊ່ວຍ​ເຫຼືອ​ປະຊາຊົນ. ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ​ຮາກ​ຖານ, ​​ການ​ພັດທະນາ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ. ພວກ​ສະຫາຍຄວນ​ພະຍາຍາມ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ນີ້”

        ພາຍຫຼັງ​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ, 707, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ  ​ໄປ​ຢ້ຽມຢາມ​ໝູ່​ບ້ານ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ​ຢູ່​ເຂດ​ຊາຍ​ແດນ ​ໂມ​ຮາ​ຍ. ທ່ານ​ປະທານ​ໄດ້​​ແນະນຳ​ໃຫ້ການ​ນຳ​ແຂວງ​ກອນ​ຕຸ​ມ ​ແລະ ​ບັນດາ​ຄອບຄົວ​ປະຊາຊົນ​ຢູ່​ທີ່​ນີ້, ຄວນ​ສຸມ​ໃສ່​ສ້າງ​ຮູບ​ແບບ​ໝູ່​ບ້ານ​ທີ່​ເປັນ​ແບບຢ່າງ​ ຕິດ​ພັນ​ກັບ​ການ​ສ້າງ​ຮູບ​ແບບ​ຊົນນະບົດ​ໃໝ່. ທ່ານ​ກໍ່​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ປູກ​ຢາງພາລາ 78 ຢູ່​ຕາ​ແສງ Moorray ​ແລະ​ຮັບ​ຟັງ​ການ​ນຳ​ເມືອງ ຊາ​ໄທ່ ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ຂອງ​ເມືອງ.

ຂ່າວ/ບົດ​ອື່ນ