ປະທານປະເທດ ເຈືອງເຕີນຊາງ ພົບປະ ນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນ 78 ຄົນ

ປະທານປະເທດ ເຈືອງເຕີນຊາງ ພົບປະ ນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນ 78 ຄົນ - ảnh 1
(ປະທານປະເທດ ເຈືອງເຕີນຊາງ ພົບປະນັກຮຽນຊົນເຜົ່າສ່ວນໜ້ອຍດີເດັ່ນ)

(vovworld) – ທີ່​ການ​ພົບ​ປະ​ດຳ​ເນີນ​​ໃນ​ຕອນ​ບ່າຍ​ວັນ​ທີ 01/11, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍຊົມ​ເຊີຍ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ດີ​ເດັ່ນ 78 ຄົນ, ຕາງໜ້າ​ໃຫ້ນັກຮຽນ 111 ຄົນ​ທີ່​ບັນລຸ​ໄດ້​ຜົນ​ງານ​ສູງ​ໃນ​ບັນດາ​ການ​ເສັງ​ນັກຮຽນ​​ເກັ່ງ​ລະດັບຊາດ ​ແລະ ​ເສັງ​ໄດ້​ຄະ​ແນນ​ສູງ, ​ຍາດ​ໄດ້​ທີ​ໜຶ່ງ​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ປີ 2014. ທ່ານ​ປະທານ​ປະ​ເທດ ຖື​ວ່າ, ປະ​ເທດ​ຊາດ​ພວມ​ມີ​ການ​ພັດທະນາ​ຢ່າງ​ໄວ, ​ແຕ່​ຢູ່​ຫຼາຍ​ບ່ອນ​ໂດຍ​ສະ​ເພາະ​​ແມ່ນ​ເຂດ​ພູດ​ວຍຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ, ຖັນ​ແຖວ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ສຳຄັນ, ຍ້ອນ​ນ້ຳ​ໃຈ​ອັນ​ເລິກ​ເຊິ່ງຈະ​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ພວກ​ນ້ອງກັບ​ຄືນ​ບ້ານ​ເກີດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ​ໃນ​ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່, ວິທະຍາສາດ​ນັບ​ມື້​ນັບ​ພັດທະນາ, ຫວຽດນາມ ຕ້ອງ​ສັງ​ເກດບັນຫາ​ຢູ່ຫຼາຍ​ປະ​ເທດ​ເພື່ອ​ເຫັນ​ວ່າ ຢາກ​ພັດທະນາ​ດ້ວຍພູມ​ປັນຍາ, ຕ້ອງ​ນຳ​ໃຊ້​ວິທະຍາສາດ​ເຂົ້າ​ໃນ​ການ​ຜະລິດ… ສິ່ງ​ນັ້ນ​​ໄດ້ຮຽກຮ້ອງ​ໃຫ້​ນັກຮຽນ​ແຕ່ລະຄົນ ຕ້ອງ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ.
ຂ່າວ/ບົດ​ອື່ນ