ປະທານປະເທດເຈືອງເຕິ໋ນຊາງ
(vovworld) – ຕອນບ່າຍວັນທີ 28/5, ຢູ່ສຳນັກງານປະທານປະເທດ, ເອກອັກຄະລັດຖະທູດບັນດາປະເທດ ນາທີບີ, ເລໂຊໂຕ, ປາປົວນິວກືເນຍ, , ບວກກີນາຟາໂຊ ໄດ້ຍື່ນສານຕາຕັ້ງຮັບໜ້າທີ່ການທູດຢູ່ຫວຽດນາມ.
ຊົມເຊີຍ ເອກອັກຄະລັດຖະທູດ ປາປົວນິວກືເນຍ Peter Ilau ມາຮັບໜ້າທີ່ການທູດຢູ່ຫວຽດນາມ, ທ່ານປະທານປະເທດເນັ້ນໜັກວ່າ, ຫວຽດນາມຖືເປັນສຳຄັນການພົວພັນກັບ ປາປົວນິວກືເນຍ, ແລະ ສະໜັບສະໜູນ ປາປົວນິວກືເນຍ ກາຍເປັນສະມາຊິກຂອງອາຊຽນ, ຫວຽດນາມພ້ອມແລ້ວທີ່ຈະຍູ້ແຮງການພົວພັນຮ່ວມມືທຸກດ້ານກັບ ປາປົວນິວກືເນຍ, ພິເສດແມ່ນໃນຂົງເຂດເຊິ່ງທັງສອງຝ່າຍມີທ່າແຮງ.
ໃນພິທີຍື່ນສານຕາຕັ້ງຮັບໜ້າທີ່ການທູດ, ທ່ານເອກອັກຄະລັດຖະທູດເລໂຊໂຕ Bothata Toane ເນັ້ນໜັກວ່າ ເລໂຊໂຕ ປາຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ, ຜ່ານນັ້ນຊຸກຍູ້ການຮ່ວມມືໃຕ້ - ໃຕ້. ກ່ອນອື່ນໝົດ, ເລໂຊໂຕ ຢາກແລກປ່ຽນຄະນະຜູ້ແທນຂັ້ນລັດຖະມົນຕີການຕ່າງປະເທດ, ຫຼັງຈາກນັ້ນແມ່ນຂັ້ນສູງ. ກ່ຽວກັບທາງດ້ານເສດຖະກິດ, ເລໂຊໂຕ ປາຖະໜາຢາກຮ່ວມມື ແລະ ແບ່ງປັນບົດຮຽນກັບຫວຽດນາມໃນຂົງເຂດກະສີກຳ, ການປະມົງ.
ໃນວັນດຽວກັນ, ທ່ານປະທານປະເທດ ໄດ້ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ນາທີບີ Ringo Abed. ທ່ານເອກອັກຄະລັດຖະທູດ ນາທີບີ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ແລະ ປະຕິບັດບັນດາຄຳໝັ້ນສັນຍາດ້ານເສດຖະກິດໃຫ້ສຳເລັດຜົນ.