(vovworld) - ຕອນເຊົ້າວັນທີ 13/5, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ຂອງໂຮງຮຽນຊັນກາງປ້ອງກັນຄວາມສະຫງົບປະຊາຊົນເລກ 1, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຖືວ່າ: ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຕ່າງໆທີ່ສັບສົນ, ຍາກທີ່ຄາດຄະເນໄດ້ລ່ວງໜ້າ, ພາລະກິດປ່ຽນແປງໃໝ່, ຫັນເປັນປະເທດອຸດສາຫະກຳ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຂອງ ຫວຽດນາມ ມີຄວາມສະດວກຫຼາຍຢ່າງແຕ່ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ແມ່ນໜ້ອຍ. ສະພາບການດັ່ງກ່າວໄດ້ວາງອອກໜ້າທີ່ໜັກໜ່ວງທີ່ສຸດໃຫ້ວຽກງານປ້ອງກັນຄວາມສະຫງົບ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ, ປະຊາຊົນມອບໝາຍໃຫ້ນັ້ນແມ່ນ, ຮຽກຮ້ອງໃຫ້ສ້າງກຳລັງຕຳຫຼວດປະຊາຊົນປະຕິວັດເປັນກຳລັງຫຼວງທັນສະໄໝເທື່ອລະກ້າວ, ມີຄຸນນະທາດດ້ານການເມືອງຢ່າງໝັ້ນຄົງ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ພ້ອມແລ້ວທີ່ຈະອຸທິດສ່ວນ, ເສຍສະຫຼະຊີວິດເພື່ອຄວາມສະຫງົບຂອງການດຳລົງຊີວິດ, ເພື່ອຄວາມສຸກຂອງປະຊາຊົນ. ໂດຍແມ່ນຮາກຖານບຳລຸງສ້າງພະນັກງານປ້ອງກັນຄວາມສະຫງົບທີ່ມີຊື່ສຽງຂອງຂະແໜງຕຳຫຼວດ, ໂຮງຮຽນຊັ້ນກາງປ້ອງກັນຄວາມສະຫງົບປະຊາຊົນເລກ 1 ມີຄວາມເປັນກຽດ ແລະ ຄວາມຮັບຜິດຊອບອັນໃຫຍ່ຫຼວງ, ເຂົ້າຮ່ວມການປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ສູງສົ່ງນີ້”.