ປະທານປະເທດ ເຈືອງເຕິ໋ນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ບິ່ນເຢືອງ

ປະທານປະເທດ ເຈືອງເຕິ໋ນຊາງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ບິ່ນເຢືອງ - ảnh 1
ປະທານປະເທດ ເຈືອງເຕິ໋ນຊາງ ອວຍພອນປີໃໝ່ຢູ່ແຂວງ ບິ່ນເຢືອງ
(ພາບອິນໂຕແນດ8

(vovworld) – ຕອນ​ເຊົ້າ​ວັນ​ທີ 11/2, ໝາຍ​ເຖິງ​ວັນ​ທີ 2 ຂອງ​ບຸນປີ​ໃໝ່​, ປີ​ມະ​ເສັງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ, ກຳມະກອນ, ພາລະ​ກອນ ບໍລິສັດ Friesland Campina ຢູ່​ແຂວງ​ບິ່ນ​ເຢືອງ. ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ໝາກຜົນ​ເຊິ່ງບໍລິສັດ​ບັນລຸ​ໄດ້​ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ມາ​ຮອດ​ປະຈຸ​ບັນ, ຕາມ​ນັ້ນ​ແລ້ວ, ​ໃນ 16 ປີ ​ແຫ່ງ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ບໍລິສັດ​​ສ້າງມູນ​ຄ່າ​ໄດ້ 2,5 ຕື້​ໂດ​ລາ​ສະຫະລັດ, ມອບ​ເຂົ້າ​ງົບປະມານ 500 ລ້ານ​ໂດ​ລາ​ສະຫະລັດ, ລົງທຶນ 155 ລ້ານ​ໂດ​ລາ​ສະຫະລັດ, ກໍ່ສ້າງ ​ໂຮງງານ 2 ​ແຫ່ງ​ຢູ່​ແຂວງ​ບິ່ນ​ເຢືອງ ​ແລະ ຮ່າ​ນາມ. ຊີວິດ​ຂອງ​ກຳມະກອນ​ໄດ້​ຮັບປະກັນ, ​ເງິນ​ເດືອນ​ສະ​ເລັ່ຍ​ແມ່ນ 16,7 ລ້ານ​ດົ່ງ​/ຄົນ/​ເດືອນ. ທ່ານ​ປະທານ​ກໍ່​ໄດ້​ໄປ​ຢ້ຽມຢາມ​ບາງໂຮງ​ຈັກ​ໃນ​ບໍລິສັດ, ມອບ​ຂອງຂວັນ​ ​ແລະ ​ຢື້​ຢາມ​ຖາມ​ຂ່າວ​​ການ​ດຳລົງ​ຊີວິດ​ຂອງ​ອ້າຍ​ນ້ອງ​ກຳມະກອນອີກ​ດ້ວຍ.

ຂ່າວ/ບົດ​ອື່ນ