ປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ບັນດານັກປັນຍາຊົນ, ນັກປະພັນວັນນະຄະດີ

ປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ບັນດານັກປັນຍາຊົນ, ນັກປະພັນວັນນະຄະດີ - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ນັກ​ປະພັນ​ອາວຸ​​ໂສ ຫວູຕູ໋ນາມ
(ພາບ: Vietnam+)

(vovworld) – ວັນ​ທີ 8/2, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ບັນດາ​ນັກ​ປັນຍາ​ຊົນ, ນັກປະພັນ​ວັນນະຄະດີ​ເນື່ອງ​​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເສ​ງ 2013. ​ເມື່ອພົບ​ປະກັບ​ນັກ​ກະວີ ຮື​ວຖິງ (Huu Thinh) ​ແລະ ນັກ​ປະພັນ​ອາວຸ​​ໂສ ຫວູຕູ໋ນາມ (Vu Tu Nam), ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​​ເນັ້ນ​ໜັກ​ວ່າ: ​ບໍ່​ວ່າ​ໃນ​ໄລຍະ​ພັດທະນາ​​ໃດໆ​ຂອງປະ​ເທດ​ຊາດ​ ​ວັນນະຄະດີ, ສິລະ​ປະ​ຍາມ​ໃດ​ກໍ່​ມີ​ບົດ​ບາດ​ສຳຄັນ​ພິ​ເສດ, ບັນດາ​ນັກ​ປັນຍາ​ຊົນ, ນັກປະພັນ​ວັນນະຄະດີແມ່ນ​ນັກຮົບ​​ໃນ​ສະໜາມຮົບ​ວັດທະ​ນະ​ທຳ, ມີ​ກຳລັງ​ແຮງ​ລະດົມ​ກຳລັງ​ໃຈ ​ແລະ ກຳນົ​ດທິດ​ສັງຄົມ ຢ່າງ​ແທ້​ຈິງ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ບັນດາ​ນັກ​ປະພັນ ​ແລະ ນັກ​ສິລະ​ປະ​ເວົ້າ​ລວມຈະ ສືບ​ຕໍ່ມີ​ຫົວຄິດ​ປະດິດ​ສ້າງ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ​ໃຫ້​ແກ່​ການ​ພັດທະນາ​ຢ່າງຮອບດ້ານ​ຂອງ​ພັກ, ລັດ ​ແລະ ປະ​ເທດ​ຊາດຫຼາຍ​ກ່ວາ​ອີກ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ໄດ້​ໄປ​ອວຍພອນ​ປີ​ໃໝ່​ຄ​ອບຄົວ​ສາດສະດາຈານ, ດຣ ວິທະຍາສາດ ຟູ່ງ​ໂຮ່ຫາຍ - ​ເຊ່ິງ​ແມ່ນ ສາດສະດາຈານຂະ​ແໜງ​ຄະນິດ​ສາດ​ໜຸ່ມທີ່​ຍັງ​ໜຸ່ມ​ທີ່​ສຸດ​ຂອງ ຫວຽດນາມ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄະນິດສາດ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ຫວັງ​ວ່າ: ສາດສະດາຈານ ຈະ​ພ້ອມ​ກັບ​ຜູ້​ຮ່ວມ​ງານ​ຢູ່​ສະ​ຖາ​ບັນ ຄະນິດສາດ​ຈະ​ມີ​ການ​ຄົ້ນ​ຄ້ວາ​ທີ່​ດີ​ເພື່ອນຳ​ສະ​ຖາ​ບັນ​ຄະນິດສາດ​ກາຍ​ເປັນ​ອູ່ບຳລຸງ​ສ້າງ​ບັນດາ​ນັກ​ຄະນິດສາດ, ບັນດາ​ຄູ​ອາຈານ​ເກັ່ງ​ກ້າຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ດຶງ​ດູ​​ດບັນດາ​ນັກ​ປັນຍາ​ຊົນ​ໜຸ່ມ​ກັບ​​ເມືອ​ປະ​ເທດ​ເຮັດ​ວຽກ, ດ້ວຍນ້ຳ​ໃຈ ​ເພື່ອ​ປະ​ເທດ​ຊາດ ກໍ່​ຕ້ອງ​ມີ​ນະ​ໂຍບາຍ​ອຸດ​ໜູນ​ເທົ່າ​ທີ່​ຄວນ, ດັ່ງ​ນັ້ນ​ບັນດາ​ຂໍ້​ຄົງ​ຂ້າງ​ດ້ວຍ​ກົນ​ໄກຈະ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ, ​ແກ້​ໄຂ ​ເພື່ອ​​ໃຫ້​ປະ​ເທດ​ຊາ​ດມີ​ຜູ້​ເກັ່ງ​ກ້າ​ສາ​ມາດ, ສຸດ​ຈິດ​ສຸດ​ໃຈ​ອຸທິດ​ສ່ວນ​ໃຫ້​ຂະ​ແໜງວິທະຍາສາດ​ຂອງ​ປະ​ເທດ​ຊາດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ດິງ​ເທ໋ຮິງ, ກຳມະ​ການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຄອບຄົວ​ນັກ​ປັນ​ຍາ​ຊົນ, ນັກ​ປະພັນ, ນັກ​ສິລະ​ປິນຈຳນວນ​ໜຶ່ງ​ໃນ​ບໍລິ​ເວນ ນະຄອນຫຼວງ ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ