ປະທານປະເທດ ເຈືອງເຕີນຊາງ ເຈລະຈາກັບປະທານາທິບໍດີ ສ. Seychelles James Alix Michel
ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງໃຫ້ການຕ້ອນຮັບ
ທ່ານປະທານາທິບໍດີສ. Seychelles James Alix Michel
|
(Vovworld-) ວັນທີ 28 ສິງຫາ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ, ທ່ານປະທານາທິບໍດີສ. Seychelles James Alix Michel ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ສິງຫາ. ວັນທີ 28/8, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີສ. Seychelles James Alix Michel ໄດ້ດຳເນີນການເຈລະຈາ. ກ່ຽວກັບການຮ່ວມມື 2 ຝ່າຍ, 2 ຝ່າຍໄດ້ສະແດງ ຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ໜ້າຊື່ນຊົມໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະທີ່ຜ່ານມາ, ພິເສດ Seychelles ໃນປະຈຸບັນ ແມ່ນປະເທດອາຟະລິກາທີ່ລົງທຶນຫຼາຍກ່ວາໝູ່ເຂົ້າຫວຽດນາມ. ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ປະເທດໃຫ້ເປັນຢ່າງດີ, ການນຳທັງ 2 ທ່ານໄດ້ເຫັນດີຊີ້ນຳບັນດາກະຊວງ ຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ 2 ປະເທດ ຈົ່ງຕັ້ງໜ້າຜັນຂະຫຍາຍບັນດາມາດຕະການລະອຽດໃນບັນດາຂົງເຂດທີ່ 2 ປະເທດມີ ຄວາມສາມາດບົ່ມຊ້ອນ ຄື ການລົງທຶນ, ທ່ອງທ່ຽວ, ກະສິກຳ, ສິນໃນນ້ຳ, ນ້ຳມັນອາຍແກັສ..... ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ໄດ້ສະແດງຄວາມຂອບໃຈລັດຖະບານ Seychelles ທີ່ໄດ້ຮັບຮູ້ຂໍ້ກຳນົດເສດຖະກິດຕະຫຼາດຂອງຫວຽດນາມ ແລະ ຖືວ່າ ນີ້ແມ່ນການປະກອບສ່ວນສຳຄັນໃຫ້ແກ່ການພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນລະຫວ່າງ 2 ປະເທດ. ການນຳທັງ 2 ທ່ານໄດ້ເປັນເອກະສັນກັນອອກຖະແຫຼງການຮ່ວມລະຫວ່າງ 2 ປະເທດ ພາຍຫຼັງທ່ານປະທານາທິບໍດີສ. Seychelles James Alix Michel ສຳເລັດການຢ້ຽມຢາມຫວຽດນາມ.
ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ພາຍຫຼັງສິ້ນສຸດການເຈລະຈາ, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີສ. Seychelles James Alix Michel ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 5 ສະບັບລະຫວ່າງ 2 ປະເທດ.