(vovworld) - ຕອນທ່ຽງວັນທີ 16/03, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຮອດສະໜາມບິນ Haneda ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດປະເທດຍີ່ປຸ່ນ ຕາມຄຳເຊີນຂອງພະເຈົ້າຈັກກະພັດຍີ່ປຸ່ນ ແລະ ພະມະເຫສີ. ຕ້ອນຮັບທ່ານປະທານປະເທດຫວຽດນາມ ຢູ່ສະໜາມບິນ ມີທ່ານຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Ishihara; ທ່ານເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ Fukuda ແລະ ພັນລະຍາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ດວ່ານຊວນຮືງ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮໍ່າຮຽນຢູ່ຍີ່ປຸ່ນ. ພິທີຕ້ອນຮັບດ້ວຍການຍິງປືນໃຫຍ່ 21 ລູກ ຢູ່ສະໜາມບິນ ເພື່ອຊົມເຊີຍການຢ້ຽມຢາມຂອງທ່ານປະທານປະເທດ ເຈືອງເຕີນຊາງ ສະແດງໃຫ້ເຫັນການຖືເປັນສຳຄັນພິເສດຂອງຍີ່ປຸ່ນ ທ່ີມີຕໍ່ການຢ້ຽມຢາມທາງລັດຖະທິດ ເປັນຄັ້ງທຳອິດຂອງທ່ານ ເຈືອງເຕີນຊາງ ໃນຖານະຕຳແໜ່ງເປັນປະທານປະເທດ ແລະ ສາຍພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ - ຍີ່ປຸ່ນ. ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈືອງເຕີນຊາງ ຄັ້ງນີ້ ແມ່ນເຫດການທີ່ມີຄວາມໝາຍທາງດ້ານການເມືອງສຳຄັນລະຫວ່າງ 2 ປະເທດ, ເພື່ອແນໃສ່ເພີ່ມທະວີຄວາມເອົາອົກເຂົ້າໃຈດ້ານການເມືອງລະຫວ່າງຫວຽດນາມ - ຍີ່ປຸ່ນ ແລະ ການສົມທັບກັນລະຫວ່າງ 2 ປະເທດໃນບັນດາບັນຫາສາກົນ ແລະ ພາກພື້ນ; ຊຸກຍູ້ການຮ່ວມມືກັບຍີ່ປຸ່ນ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ, ການສຶກສາບຳລຸງສ້າງ, ກະສິກຳ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ໄປຊອກຮູ້ບາງຮູບແບບກະສິກຳທີ່ມີຄຸນນະພາບສູງຢູ່ແຂວງ Ibaraki. ຢູ່ທີ່ນີ້, ກໍ່ດຳເນີນການລົງນາມໃນສັນຍາຮ່ວມມືລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດກັບແຂວງ Ibaraki.