ປະທານປະເທດ Truong Tan Sang ສືບຕໍ່ເຮັດວຽກ ຢູ່ແຂວງເຊີນລາ

ປະທານປະເທດ Truong Tan Sang ສືບຕໍ່ເຮັດວຽກ ຢູ່ແຂວງເຊີນລາ - ảnh 1
ທ່ານ​ປະທານປະ​ເທດ Truong Tan Sangໂອ້ລົມກັບນັກສຶກສາ
ມະຫາວິທະຍາໄລໄຕບັກ (ພາບ: tinnhanhviet.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 13-4, ທ່ານ​ປະທານປະ​ເທດ Truong Tan Sang ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສານ​ປະຊາຊົນ ​ແລະ ​ໄອ​ຍະ​ການ​ປະຊາຊົນ​ແຂວງ​ເຊີນ​ລາ ກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ດ້ານຍຸຕິ​ທຳ ​ແລະ ​ໄປ​ຢ້ຽມຢາມ​ມະຫາວິທະຍາ​ໄລ​ໄຕ​ບັກ. ທ່ານ​ປະທານ​ປະ​ເທດ​ໃສ່​ໃຈ​ວ່າ, ​ເຊີນ​ລາ ​ແມ່ນ​ແຂວງ​ທີ່ມີ​ທີ່​ຕັ້ງ​ພູມ​ສາດ​ຫຍຸ້ງຍາກ, ສະພາບ​ອາດ​ສະ​ຍາ​ກຳ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ດັ່ງ​ນັ້ນ​ບັນດາ​ຂະ​ແໜງ​ຍຸຕິ​ທຳຕ້ອງ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ຕົນ, ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ສະຕິ​ປະຕິບັດ​ກົດໝາຍ​ຂອງ​ໝູ່​ມະຫາຊົນ.

        ​ແລະ​ກໍ່​ໃນ​ຕອນ​​ເຊົ້າ​ວັນ​ທີ 13/4, ທ່ານ​ປະທານປະ​ເທດ Truong Tan Sang ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ ​ແລະ​ ດອກ​ໄມ້ຢູ່​ສຸສານ​ຄຸກ​ເຊີນ​ລາ ​ແລະ ໄປ​ຢ້ຽມຢາມ​ມະຫາວິທະຍາ​ໄລ​ໄຕ​ບັກ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ພວມ​ບຳລຸງ​ສ້າງ​ບັນດາ​ພະນັກງານ​ໃນ​ອະນາຄົດ​ໃຫ້​ແກ່​​ເຂດ ​ແລະ​ນັກ​ສຶກສາ​ລາວຈຳນວນ​ໜຶ່ງ​. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ:

        ”ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ແນ່ນອນ, ນັ້ນ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ປະ​ເທດ​ຊາດ, ຂອງ​ເຂດ. ດ້ວຍ​ທີ່​ຕັ້ງ​ນີ້, ບົດບາດ​ຂອງມະຫາວິທະຍາ​ໄລ​ໄຕ​ບັກ ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ​ກວ່າ. ພວກ​ເຮົາ​ຢາກ​ກໍ່ສ້າງ​ໄຕ​ບັກ ​ໃຫ້​ກາຍ​ເປັນ​ເຂດ​ກຳລັງ​ໜູນ​ຂອງ​ປະ​ເທດ,​ເພື່ອ ທັດ​ທຽມ​ກັບ​ເຂດ​ອື່ນໆ​ຢູ່​ພາຍ​ໃນປະ​ເທດ ​ແລະ​ຕ່າງປະ​ເທດ, ​ແມ່ນ​ຕ້ອງ​ກະກຽມ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ຕັ້ງໜ້າ”.

ຂ່າວ/ບົດ​ອື່ນ