ປະທານປະເທດ Truong Tan Sang ເຄື່ອນໄຫວຢ້ຽມຢາມ Kazakhtan
ທ່ານ Truong Tan Sang ພົບປະເຈລະຈາກັບທ່ານKairat Mami
(ພາບ:vov.vn)
(vovworld)- ໃນຕອນບ່າຍຂອງວັນທີ 10/9, ທ່ານປະທານປະເທດ Truong Tan Sang ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາສູງ Kazakhtan Kairat Mami ແລະ ທ່ານປະທານສະພາຕ່ຳ N.Nigmatullin.
ທີ່ການພົບປະກັບທ່ານປະທານສະພາສູງ Kazakhtan Kairat Mami, ທ່ານປະທານປະເທດ Truong Tan Sang ແລະ ທ່ານປະທານສະພາສູງ Kazakhtan Kairat Mami ໄດ້ເນັ້ນໜັກວ່າ: ສະພາແຫ່ງຊາດສອງປະເທດຈະຕັ້ງໜ້າຊຸກຍູ້ຜັນຂະຫຍາຍການປະຕິບັດຂໍ້ຕົກລົງທີ່ສອງປະເທດໄດ້ລົງນາມແລ້ວ ເພື່ອແນໃສ່ຍູ້ແຮງການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະສັນນຳກັນວ່າ ສະພາແຫ່ງຊາດສອງປະເທດຈະສືບຕໍ່ເພີ່ມທະວີການສົມທົບກັນໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ໂລກ.
ທີ່ການພົບປະກັບທ່ານປະທານສະພາຕ່ຳ N.Nigmatullin, ການນຳສອງທ່ານໄດ້ເຫັນດີເປັນເອກະສັນນຳກັນວ່າ: ໃນໄລຍະທີ່ຈະມາເຖິງຕ້ອງສຸມໃສ່ຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຄື: ນ້ຳມັນອາຍແກັດ, ກະສິກຳ, ການປຸງແຕ່ງ, ຕ່ຳແຜ່ນຕັດຫຍິບ ແລະ ການທ່ອງທ່ຽວ.
ໃນວັນດຽວກັນ, ທ່ານປະທານປະເທດ Truong Tan Sang ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົ້າຮ່ວມພິທີໄຂ “ຊຸມວັນວັດທະນະທຳຫວຽດນາມຢູ່ Kazakhtan“. ທ່ານປະທານປະເທດ ຍັງໄດ້ພົບປະກັບອະດິດຜູ້ຊ່ຽວຊານ Kazakhtan ທີ່ເຄີຍໄດ້ອຸທິດສ່ວນ, ຊ່ວຍເຫຼືອປະຊາຊົນຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານໄດ້ພົບປະກັບພະນັກງານພາລະກອນສະຖານທູດ ແລະ ຜູ້ຕາງໜ້າວົງຄະນາຍາດຊາວຫວຽດນາມ ອາໄສຢູ່ Kazakhtan.