ປະທານສະພາສູງ ຈີເລ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາສູງ ຈີເລ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ Guido Girardin Lavin
(ພາບ: ອີນເຕີເນັດ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ສູງ ຈີ​ເລ ​ໂດຍ​ທ່ານ Guido Girardin Lavin, ປະທານ​ສະພາ​ສູງ​ນຳ​ໜ້າ​ໄດ້​ມີ​ການຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 27/2 – 3/3. ການ​ຢ້ຽມຢາມຄັ້ງ​ນີ້​ຂອງ​ຄະນະ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ຈີ​ເລ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ສະພາ​ສູງ Guido Girardin Lavin ຈະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮູ່ງ, ​ເຂົ້າ​ຢ້ຽມ​ຂ່ຳນັບ​​ການ​ນຳ​ຂັ້ນ​ສູງຂອງ​ພັກ, ລັດ​ຫວຽດນາມ, ຢ້ຽມຢາມ​ບາງ​ຮາກ​ຖານ​ເສດຖະກິດ - ສັງຄົມ.

ຂ່າວ/ບົດ​ອື່ນ