(vovworld) - ວັນທີ 31/10, ທ່ານປະທານສະພາເອີລົບ Herman Van Rompuy ແລະ ພັນລະຍາເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ Truong Tan Sang, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຕອນບາຍວັນທີ 31/10, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ Truong Tan Sang ແລະ ທ່ານປະທານສະພາເອີລົບ Herman Van Rompuy ໄດ້ມີການເຈລະຈາ. ການນຳສອງທ່ານໄດ້ເປັນສັກຂີພິຍານການລົງນາມບັນດາເອກະສານ; ຖະແຫຼງການຮ່ວມກ່ຽວກັບເລື່ອງລົງນາມໃນສັນຍາການເງິນຂອງໂຄງການ EU, ສັນຍາຊ່ວຍເຫຼືອກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2012. ທ່ານປະທານສະພາເອີລົບ Herman Van Rompuy ກໍມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ພົບປະກັບວົງການນັກຂ່າວໃນວັນດຽວກັນ.
ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງທ່ານປະທານສະພາເອີລົບ ນັບແຕ່ສອງຝ່າຍສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1990. ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານປະທານສະພາເອີລົບ Herman Van Rompuy ແມ່ນເພື່ອແນໃສ່ສະແດງຄວາມເຄົາລົບບົດບາດ, ທີ່ຕັ້ງທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ພາກພື້ນທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ; ຢືນຢັນຄວາມຫວັງຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານລະຫວ່າງ EU ກັບຫວຽດນາມ.