ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ພ້ອມກັບ
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ
(vovworld) – ຕອນເຊົ້າວັນທີ 6/4 (ຕາມເວລາທ້ອງຖີ່ນ), ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ພ້ອມກັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດ ນະຄອນຫຼວງ Stockholm, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ຊູແອັດ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ Urban Ahlin ປະທານສະພາແຫ່ງຊາດລາຊະອານາຈັກ ຊູແອັດ. ຕອນບ່າຍວັນດຽວກັນ, ພິທີຕ້ອນຮັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນໄປ ຢ່າງສົມກຽດ ຢູ່ຫໍສະພາແຫ່ງຊາດ ຊູແອັດ. ພາຍຫຼັງພິທີ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະສັນ ຕີລາຄາສູງການພົວພັນຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນເພື່ອສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ. ສອງຝ່າຍປາດຖະໜາຢາກພ້ອມກັນຊຸກຍູ້ພັດທະນາສາຍພົວພັນລັດຖະສະພາໃຫ້ຂຶ້ນສູ່ລະດັບສູງໃໝ່ຜ່ານການເພີ່ມທະວີການສົມທົບກັນຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມື ເຊິງລັດຖະບານສອງປະເທດໄດ້ລົງນາມ, ບັນດາໂຄງການຮ່ວມມືຍຸດທະສາດ; ສະໜັບສະໜູນລັດຖະບານ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຊຸກຍູ້ການພົວພັນເພື່ອແນໃສ່ຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ; ຮ່ວມມືພັດທະນາ ແລະ ປົກປັກຮັກສາສິ່ງແວດລ້ອມ. ສອງຝ່າຍຖືວ່າການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ເອີລົບໂດຍໄວ ຈະນຳມາເຊິ່ງຜົນປະໂຫຍດລວມ ໃຫ້ບັນດາຝ່າຍເຂົ້າຮ່ວມ, ປະກອບສ່ວນເພີ່ມວົງເງີນການຄ້າສອງຝ່າຍ, ໃນນັ້ນມີ ຫວຽດນາມ ແລະ ຊູແອັດ.
ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ຫໍສະພາແຫ່ງຊາດ ຊູແອັດ ແລະ ຂຽນໃສ່ປື້ມບັນທຶກ. ຕອນຄ່ຳວັນດຽວກັນ, ທ່ານ Urban Ahlin ປະທານສະພາແຫ່ງຊາດລາຊະອານາຈັກ ຊູແອັດ ເປັນເຈົ້າພາບງານລ້ຽງ ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.