ທ່ານ Kang Chang Hee, ປະທານສະພາແຫ່ງຊາດສ.ເກົາຫຼີ
(ພາບ: Yonhap)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຕອນຄໍ່າວັນທີ 13/01, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ໂດຍທ່ານ Kang Chang Hee, ປະທານສະພາແຫ່ງຊາດນຳໜ້າ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 13 – 16/01/2013. ຕາມແຜນການຢ້ຽມຢາມ ຄາດວ່າ, ວັນທີ 14/01, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຈະມີການເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ແລະກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ກໍເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ ແລະ ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ.