ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອະຟະລິກາໃຕ້

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ອະຟະລິກາໃຕ້ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບ
ທ່ານ​ນາງ Baleka Mbete, ປະທານ​ສະພາ​ຕຳ່ອະ​ຟະ​ລິ​ກາ​ໃຕ້)


(vovworld) - ​​ຕອນ​ເຊົ້າ​ວັນ​ທີ 2/4,​ ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ລັດຖະສະພາ​ສາທາລະນະ​ລັດ​ອະ​ຟະ​ລິ​ກາ​ໃຕ້ ​ໂດຍ​ທ່ານ​ນາງ Baleka Mbete, ປະທານ​ສະພາ​ຕຳ່, ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມືກັບ ອະ​ຟະ​ລິ​ກາ​ໃຕ້.  ສະພາ​ແຫ່ງ​ຊາດ​ຫວຽດນາມ ສະໜັບສະໜູນ ​ແລະ ຕີ​ລາຄາ​ສູງ​ເລື່ອງ 2 ປະ​ເທດ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ “ຄູ່​ຮ່ວມ​ມື​ເພື່ອ​​ການຮ່ວມ​ມື ​ແລະ ພັດທະນາ” ​​ແຕ່​ປີ 2014. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ: ສະພາ​ແຫ່ງ​ຊາດ ອະ​ຟະ​ລິ​ກາ​ໃຕ້ ສະໜັບສະໜູນ ​ແລະ ຊຸກຍູ້ 2 ລັດຖະບານ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ກ່ວາ​ອີກ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ກັນ​ເປັນ​ຢ່າງ​ດີ, ​ເຮັດ​ໃຫ້ການ​ຮ່ວມ​ມື 2 ປະ​ເທດ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. 2 ປະ​ເທດ​ກໍ່​ຄວນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຄົ້ນ​ຄ້ວາ,​ ໝູນ​ໃຊ້ວິທະຍາສາດ​ເຕັກ​ໂລ​ໂນ​ຊີ​ຊີວະ​ສາດ, ​ແລກປ່ຽນ​ບົດຮຽນ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້ວາ​ວິທະຍາສາດ​ທະ​ເລ, ໝູ່​ເກາະ; ຮັກສາ​ສິ່ງ​ແວດ​ລ້ອມ… ທ່ານ​ນາງ Baleka Mbete ປາດ​ຖະໜາ​ວ່າ: ສະພາ​ແຫ່ງ​ຊາດ​ 2 ປະ​ເທດ ​ເພີ່ມ​ທະວີ​ການແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ, ປະຕິບັດ​ບົດບາດ​ໜ້າ​ທີ່​​ເປັນ​ຕົວ​ແທນໃຫ້​ສຽງ​ເວົ້າ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ບັນດາ​ເຂດ​ແຄ້ວ​ນຂອງ​ປະ​ເທດ​ຊາດ; ຜ່າ​ນນັ້ນ, ​ຊຸກຍູ້ ​ແລະ ເພີ່ມ​ທະວີການ​ພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ, 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ອະ​ຟະ​ລິ​ກາ​ໃຕ້.

    ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ນາງ​ປະທານ​ສະພາ​ຕຳ່ ອະ​ຟະ​ລິ​ກາ​ໃຕ້ Baleka Mbete ​ໄດ້​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ກ່ວາ​ອີກ; ​ເພີ່ມ​ທະວີ​ການພົບ​ປະ, ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ລັດຖະສະພາພາກ​ພື້ນ ​ແລະ ສາກົນ; ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ