ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັບເລຂາທິການໃຫຍ່,ປະທານປະເທດສືຈິ້ນຜິງ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະກັບເລຂາທິການໃຫຍ່,ປະທານປະເທດສືຈິ້ນຜິງ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ແລະ ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ສີືຈິ້ນ​ຜິ​ງ)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມິດຕະພາບ ຈີນ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 23/12, ຢູ່ຫໍ​ສະພາ​ປະຊາຊົນ ນະຄອນຫລວງ ປັກ​ກິ່ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ພົບ​ປະ​ກັບ​ທ່ານ ສີຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ປະທານ​ປະ​ເທດ ສາທາລະນະ​ລັດ​ປະຊາຊົນ ຈີນ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ມິດຕະພາບ ຈີນ ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເພື່ອ​​ແນ​ໃສ່​ຜັນ​ຂະຫຍາຍການ​ຫັນ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ເປັນ​ລະອຽດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ພັກ, ລັດ ​​ແລະ ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ພັດທະນາ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ພັກ, ລັດ ​ແລ​ະ ປະຊາຊົນ ຈີນ ບົນພື້ນຖານຢືດໝັ້ນ​ແນວທາງ​ພົວພັນ​ຕ່າງປະ​ເທດ​ສັນຕິພາບ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ.

        ກ່ຽວ​ກັບ​ບັນດາ​ບັນຫາ​ບົນ​ທະ​ເລ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ທັດສະນະ​ຂອງ​ພັກ, ລັດ ຫວຽດນາມ ​​ແມ່ນເຫັນ​ດີ​​ເປັນ​ເອກະສັນພ້ອມ​ກັບ​ພັກ, ລັດ ຈີນ ​ເພີ່ມ​ທະວີ​ການ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຢືດໝັ້ນ​ການ​ເຈລະຈາ, ປຶກສາ​ຫາລື​ດ້ານ​ການ​ເມືອງ. ສຳລັບ​ເລື່ອງ​​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ ຄວນ​ມີ​ວິ​ໄສ​ທັດຍຸດ​ທະ​ສາດ​ອັນ​ຍາວ​ນານ, ​ເໝາະ​ສົມ​ກັບ​ກົໝາຍ​ສາກົນ, ​ເຄົາລົບ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ແຕ່ລະ​ປະ​ເທດ ​ແລະ ການ​ພົວພັນ ຫວຽດນາມ - ຈີນ ຢ່າງ​ຄົບ​ຖ້ວນ. ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ໃຫ້​ດີ ​ແມ່ນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ສ້າງ​ຄວາມ​ສະ​ດວກ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

        ທີ່​ການ​ຕ້ອນຮັບ, ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ສີືຈິ້ນ​ຜິ​ງ ຢືນຢັນ​ວ່າ: ພັກ ​ແລະ ລັດ ຈີນ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ສະໜັບສະໜູນ​ເລື່ອງ​ເພີ່ມ​ທະວີການ​ພົບ​ປະ​ແລກປ່ຽນ​ການຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຈີນ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ກໍ​ຄື​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນ​ຜິ​ງ ຖື​ວ່າ: ນີ້​ແມ່ນປັດ​ໃຈ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ສີຈິ້ນ​ຜິ​ງ ​​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ ​ເພື່ອ​ແນ​ໃສ່​ຊີ້​ນຳ, ຊຸກຍູ້​ການ​ພົວ​ພັນ 2 ຝ່າຍ​ໃຫ້​ພັດທະນາ​ຢ່າງໝັ້ນຄົງ.

ຂ່າວ/ບົດ​ອື່ນ