ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຮັດວຽກ ຢູ່ແຂວງຟູ໋ອຽນ
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຮັດວຽກຢູ່ແຂວງຟູ໋ອຽນ
(vovworld) – ຕອນບ່າຍວັນທີ 9/12, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ມີໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຂະແໜງສຶກສາຢູ່ມະຫາວິທະຍາໄລ ຟູ໋ອຽນ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 9/12, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ມີການເຮັດວຽກກັບພະນັກງານຫຼັກແຫຼ່ງແຂວງ ຟູ໋ອຽນ ກວດກາການປະຕິບດມະຕິຂອງສະພາແຫ່ງຊາດ ກ່ຽວກັບໜ້າທີ່ ປີ 2013, ສະພາບການເສດຖະກິດ ສັງຄົມການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງທ້ອງຖິ່ນ, ໄລຍະປີ 2010 – 2015.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີໃຫ້ແຂວງ ຟູ໋ອຽນ ຄວນກວດກາໜ້າທີ່ຂອງທ້ອງຖີ່ນຊຶ່ງຄະນະພັກ ແລະ ສະພາປະຊາຊົນແຂວງຮັບຮອງເອົາເພື່ອຮັບປະກັນບັນດາຄາດໝາຍເສດຖະກິດ, ສັງຄົມ. ໃນນັ້ນ, ສຸມໃສ່ພັດທະນາກະສິກຳ, ຊົນນະບົດ ແລະ ຊາວກະສິກອນ. ກໍ່ໃນຕອນເຊົ້າວັນທີ 9/12, ທ່ານປະທານສະພາແຫ່ງຊາດ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ຶອຊາດຢູ່ອະນຸສາວະລີ ນູ໋ຍຍ້ານ ແລະ ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ນູ໋ຍຍ້ານ.