ປະທານສະພາແຫ່ງຊາດຫງວຽນທິກິມເງິນຕິດຕາມກວດກາການກະກຽມເລືອກຕັ້ງຢູ່ແຂວງຫາຍເຢືອງ
(ທ່ານປະທານສະພາແຫ່ງຊາດຫງວຽນທິກິມເງິນ
ຕິດຕາມກວດກາການກະກຽມເລືອກຕັ້ງຢູ່ແຂວງຫາຍເຢືອງ)
(vovworld) - ຕອນເຊົ້າວັນທີ 23/04, ທ່ານນາງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການເຮັດວຽກກັບຄະນະປະຈຳພັກແຂວງຫາຍເຢືອງ ກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 - 2021.
ກ່າວຄຳເຫັນທີການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃສ່ໃຈຄະນະກຳມະການເລືອກຕັ້ງແຂວງຫາຍເຢືອງ ເພີ່ມທະວີການກວດກາທຸກວຽກງານທີ່ຈຳເປັນເພື່ອໃຫ້ການເລືອກຕັ້ງດຳເນີນໄປບັນລຸຜົນສຳເລັດ.
ແລະໃນຕອນເຊົ້າວັນດຽວກັນ, ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ ໂດຍທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ, ເປັນຫົວໜ້າຄະນະໄດ້ລົງຕິດຕາມກວດກາວຽກງານເລືອກຕັ້ງຢູ່ເມືອງ 11, ນະຄອນໂຮ່ຈິມິນ.