ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດ່ຽນ,ເກີນເທີ

(VOVWORLD) -ຕອນເຊົ້າວັນທີ 04 ພຶດສະພາ, ໂດຍສືບຕໍ່ລາຍການເຮັດວຽກຢູ່ເກີນເທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14 ຢູ່ຕາແສງມິ້ແຄ໋ງ, ເມືອງຟອງດ່ຽນ, ແຂວງເກີນເທີ.
ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດ່ຽນ,ເກີນເທີ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ)

ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ຕີລາຄາຄຳເຫັນຂອງຜູ້ມີສິດເລືອກຕັ້ງແມ່ນຖືກຕ້ອງເມື່ອສະເໜີຄວາມຈຳເປັນມີໝວດມາດຕະຖານລວມໃຫ້ເຂດຕົວເມືອງຊີວະພາບ, ທ່ານນາງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ຈະສະເໜີຕໍ່ກະຊວງກໍ່ສ້າງ ສົມທົບກັບກະຊວງ, ຂະແໜງການກ່ຽວຂ້ອງຄົ້ນຄວ້າ, ພິຈາລະນາ. ພ້ອມກັນນັ້ນ, ກໍ່ສະເໜີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດເອົາໃຈໃສ່ເຖິງທ້ອງຖິ່ນໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຟອງດ່ຽນ ໃຫ້ກາຍເປັນເຂດປູກຕົ້ນໄມ້ກິນໝາກທີ່ມີຊື່ສຽງ, ຈາກນັ້ນ ພັດທະນາໃຫ້ເປັນເຂດທ່ອງທ່ຽວຊີວະພາບ, ຂຸດຄົ້ນໄດ້ທ່າແຮງຂອງເຂດແມ່ນ້ຳທີ່ອຸດົມສົມບູນ.

      ກໍ່ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ຕອບບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບລະບອບນະໂຍບາຍເພີ່ມເງິນເດືອນໃຫ້ພະນັກງານພັກກິນເບ້ຍບຳນານ, ລະບອບເງິນເດືອນໃຫ້ຄູອາຈານຊັ້ນອະນຸບານຍັງຕ່ຳ, ບັນຫາສິນຄ້າປອມແປງ…

ຕອບກັບ

ຂ່າວ/ບົດ​ອື່ນ