ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຢ້ຽມຂ່ຳນັບກັບນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ

ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຢ້ຽມຂ່ຳນັບກັບນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ - ảnh 1
(ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ​
ເຂົ້າ​ຢ້ຽມ​ຂ່ຳ​ນັບ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທອງ​ລຸນ ສີສຸ​ລິດ)


(vovworld) - ຕອນ​ບ່າຍ​ວັນ​ທີ 27/09, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ. ຢູ່​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​​ສະ​ແດງ​ຄວາມຂອບ​ໃຈ​ລັດ​ຖະ​ບານ​ລາວ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ​ຂໍ້​ຕິດ​​ຄັດ​ຢ່າງ​ທັນ​ການ ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາວ​ິ​ສາ​ຫະ​ກິດ​ຫວຽດ​ນາມ ໃນ​ວິ​ວັດ​ການ​ລົງ​ທຶນ​ຢູ່​ລາວ. ພ້ອມ​ທັງ​ປາດ​ຖະ​ໜາ​ລັດ​ຖະ​ບານ​ລາວ ສືບ​ຕໍ່​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທອງ​ລຸນ ສີ​ສຸ​ລິດ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈະ​ຈັດ​ຕັ້ງ​ການ​ພົບ​ປະ​ບັນ​ດາ​ວິ​ສາ​ກິ​ດ​ຫວຽດ​ນາມ ທີ່​ພວມ​ລົງ​ທຶນ​ຢູ່​ລາວ ເພື່ອ​ຊອກ​ຮູ້​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​​ຄັດໃນ​ວິ​ວັດ​ການ​ລົງ​ທຶນ​ເຂົ້າ​ລາວ. ບົນ​ພື້ນ​ຖານນັ້ນ, ປຶກ​ສາ​ຫາ​ລື​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກກ່ຽວ​ກັບ​ດ້ານ​ນະ​ໂຍ​ບາຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ດຳເນີນ​ທຸ​ລະ​ກິດ, ທຳ​ມະ​ຫາ​ກິນ​ຢູ່​ລາວ.

ຂ່າວ/ບົດ​ອື່ນ