ປະທານສະພາແຫ່ງຊາດຫງວຽນທິກິມເງິນເດີນທາງຮອດສະວິດເຂົ້າຮ່ວມ IPU-138 ແລະຢ້ຽມຢາມໂຮນລັງຢ່າງເປັນທາງການ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະຫະພັນລັດຖະສະພາສາກົນ Gabriela Cuevas Barron ແລະ ທ່ານປະທານສະພາຕ່ຳແຫ່ງລາຊະອານາຈັກໂຮນລັງ Khadija Arib

ປະທານສະພາແຫ່ງຊາດຫງວຽນທິກິມເງິນເດີນທາງຮອດສະວິດເຂົ້າຮ່ວມ IPU-138 ແລະຢ້ຽມຢາມໂຮນລັງຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

(ພາບປະກອບ)

ຕອນເຊົ້າວັນທີ 24 ມີນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ, ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 138 (IPU-138) ຢູ່ເຊີແນວ, ປະເທດສະວິດ ແລະ ຢ້ຽມຢາມລາຊະອານາຈັກໂຮນລັງ ຢ່າງເປັນທາງການ ໃນລະຫວ່າງວັນທີ 24 – 30 ມີນາ.

        ເລື່ອງເຂົ້າຮ່ວມ IPU-138 ຢູ່ເຊີແນວແມ່ນໜ້າທີ່ສຳຄັນແຖວໜ້າໃນບັນດາການເຄື່ອນໄຫວທາງການທູດລັດຖະສະພາຫຼາຍຝ່າຍຂອງສະພາແຫ່ງຊາດຫວຽດນາມ ແລະ ນີ້ເປັນການຢັ້ງຢືນຄຳໝັ້ນສັນຍາເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວທາງການທູດລັດຖະສະພາຫຼາຍຝ່າຍຂອງຫວຽດນາມ; ສືບຕໍ່ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງສະພາແຫ່ງຊາດຫວຽດນາມ ຢູ່ IPU, ຜ່ານນັ້ນ ປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດລວມຂອງລັດ ເພື່ອຜົນປະໂຫຍດຂອງປະເທດຊາດ, ມີຄວາມກົມກຽວກັບຜົນປະໂຫຍດຂອງພາກພື້ນ.

        ພາຍຫຼັງເຂົ້າຮ່ວມ IPU-138 ແລ້ວ, ຄະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ ຈະໄປຢ້ຽມຢາມປະເທດລາຊະອານາຈັກໂຮນລັງ ຢ່າງເປັນທາງການ. ການຢ້ຽມຢາມແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໂຮນລັງ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ