ທ່ານນາງ ຫງວຽນທິກີມເງິນ ກຳມະການກົມການເມືອງ,
ປະທານສະພາແຫ່ງຊາດ ຫວຽດນາມ
(vovworld) – ຕອນບ່າຍວັນທີ 08/12 ທ່ານນາງ ຫງວຽນທິກີມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ອອກຈາກ ຮ່າໂນ້ຍ ເດີນທາງຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາສູງ ສ.ອິນເດຍ Mohammad Hamid Ansarin ແລະ ທ່ານປະທານສະພາຕ່ຳ ສ.ອິນເດຍ Sumitra Mahajan. ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ສ.ອິນເດຍ ເລິກເຊິ່ງກ່ວາອີກ; ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເປັນລະອຽດ; ປັບປຸງ ແລະ ເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ອິນເດຍ ໃນສະພາບການ 2 ປະເທດພວມມຸ່ງໄປເຖິງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1972 - 2017) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2007 - 2017). ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ອົງການນິຕິບັນຍັດ ອິນເດຍ ຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ, ວາງພື້ນຖານໝັ້ນຄົງໃຫ້ແກ່ການພົວພັນເປັນປົກກະຕິຍາວນານກັບ ອິນເດຍ ໃນສະພາບການ ຫວຽດນາມ ພວມເຊື່ອມໂຍງນັບມື້ນັບເລິກເຊິ່ງກ້ວາງຂວາງເຂົ້າກັບພາກພື້ນ ແລະ ໂລກ.
ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສ.ອິນເດຍ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11 ຢູ່ ສະຫະລັດ ອາຣັບເອມີເລ ໃນລະຫວ່າງວັນທີ 11 – 13/12.