ປະທານສະພາແຫ່ງຊາດ ຕ້ອນຮັບ ຮອງປະທານທະນາຄານໂລກ ຮັບຜິດຊອບຢູ່ເຂດອາຊີຕາເວັນອອກ - ປາຊີຟິກ

(VOVWORLD) -WB ແມ່ນຄູ່ຮ່ວມມືພັດທະນາ ແມ່ນອົງການສະໜອງຄຳປຶກສາ ແລະ ສົນທະນາກ່ຽວກັບນະໂຍບາຍສຳຄັນຂອງລັດຖະບານຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.
ປະທານສະພາແຫ່ງຊາດ ຕ້ອນຮັບ ຮອງປະທານທະນາຄານໂລກ ຮັບຜິດຊອບຢູ່ເຂດອາຊີຕາເວັນອອກ - ປາຊີຟິກ  - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ທ່ານນາງ Victoria Kwakwa ຮອງປະທານທະນາຄານໂລກ ຜູ້ຮັບຜິດຊອບຢູ່ເຂດອາຊີຕາເວັນອອກ - ປາຊີຟິກ

ທີ່ການຕ້ອນຮັບ ທ່ານນາງ Victoria Kwakwa ຮອງປະທານທະນາຄານໂລກ (WB) ຜູ້ຮັບຜິດຊອບຢູ່ເຂດອາຊີຕາເວັນອອກ - ປາຊີຟິກ ໃນຕອນບ່າຍວັນທີ 26 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ WB ແມ່ນຄູ່ຮ່ວມມືພັດທະນາ ແມ່ນອົງການສະໜອງຄຳປຶກສາ ແລະ ສົນທະນາກ່ຽວກັບນະໂຍບາຍສຳຄັນຂອງລັດຖະບານຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

        ເພື່ອແນໃສ່ເພີ່ມທະວີ, ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງຫວຽດນາມເວົ້າລວມ ແລະສະພາແຫ່ງຊາດຫວຽດນາມເວົ້າສະເພາະ ກັບທະນາຄານໂລກ, ທ່ານນາງປະທານສະພາແຫ່ງຊາດ ສະເໜີ WB ສືບຕໍ່ໜູນຊ່ວຍຫວຽດນາມສ້າງນະໂຍບາຍ ແລະ ຂອບເຂດນິຕິກຳໃຫ້ສົມບູນແບບ ເພື່ອຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ, ພິເສດແມ່ນຂົງເຂດເສດຖະກິດພາກເອກະຊົນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມກົມກຽວໃນສັງຄົມ ແລະ ຄວາມໝັ້ນຄົງຂອງແຫຼ່ງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ.

        ສ່ວນທ່ານນາງ Victoria Kwakwa ໄດ້ຕີລາຄາສູງບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນການຮັບປະກັນຄວາມປອດໄພໜີ້ສາທາລະນະ. ພ້ອມທັງ, ເນັ້ນໜັກວ່າ WB ພວມຍູ້ແຮງບັນດາຄວາມມານະພະຍາຍາມໃນການຕິດຕາມກວດກາບັນດາໂຄງການທີ່ພວມຮ່ວມມືກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ