ປະທານສະພາແຫ່ງຊາດ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກ໋າຍຣັງ, ນະຄອນ ເກີນເທີ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດຫົວໜ່ວຍເລືອກຕັ້ງທີ 1, ນະຄອນ ເກີນເທີ, ໄດ້ຈັດຕັ້ງການພົບປະກັບຜູ້ມີສິດເລືອກຕັ້ງ.

ໃນແຜນການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ຈັດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຕາແສງ ເຕີນຟູ໋, ເມືອງ ກ໋າຍຣັງ, ນະຄອນ ເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດຫົວໜ່ວຍເລືອກຕັ້ງທີ 1, ນະຄອນ ເກີນເທີ, ໄດ້ຈັດຕັ້ງການພົບປະກັບຜູ້ມີສິດເລືອກຕັ້ງ.

        ທີ່ການຕ້ອນຮັບ, ບັນດາຜູ້ມີສິດເລືອກຕັ້ງໄດ້ເຕື້ອງເຖິງບັນດາບັນຫາຮັບປະກັນຊີວິດສັງຄົມ, ຫຼັກອະນາໄມດ້ານສະບຽງອາຫານ, ການວາງແຜນຜັງທີ່ດິນ; ວຽກງານເບິ່ງແຍງດູແລ, ປົກປ້ອງເດັກ…

        ເມື່ອແລກປ່ຽນກ່ຽວກັບວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຢັ້ງຢືນວ່າ:

        “ເພື່ອເພີ່ມທະວີການຕ້ານການສໍ້ລາດບັງຫຼວງ, ຄະນະຊີ້ນຳສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ໄດ້ມີຄວາມຕັດສິນໃຈດ້ານການເມືອງສູງ. ມີຫຼາຍກໍລະນີ, ເຖິງວ່າໄດ້ດຳລົງຕຳແໜ່ງຫຍັງ, ຖ້າວ່າມີການລະເມີດກົດໝາຍ ຈະຖືກຕັດສິນລົງໂທດ. ໄລຍະຈະມາເຖິງ, ສະພາແຫ່ງຊາດໄດ້ພິຈາລະນາຖານະຕຳແໜ່ງ ຖ້າວ່າສະມາຊິກສະພາແຫ່ງຊາດຜູ້ໃດລະເມີດກົດໝາຍ ແລະ ບໍ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ສະພາແຫ່ງຊາດກໍ່ຕ້ອງມີການພິຈາລະນາຄືນ.”

ຕອບກັບ

ຂ່າວ/ບົດ​ອື່ນ