​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ລົງ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄ​ອບ​ຄົວນັບ​ຮົບ​ທີ່​ເສຍ​ສະຫຼະ​ຊ​ີ​ວິດ​ໃນ​ເຫດ​ພາ​ຍຸ​ນ້ຳ​ຖ້ວມ ຢູ່​ເຂດ​ພາກ​ກາງ

(VOVWORLD) -ຢູ່ນະຄອນວິງ, ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງເມື່ອເດືອນຕຸລາທີ່ຜ່ານມາ. 
​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ລົງ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄ​ອບ​ຄົວນັບ​ຮົບ​ທີ່​ເສຍ​ສະຫຼະ​ຊ​ີ​ວິດ​ໃນ​ເຫດ​ພາ​ຍຸ​ນ້ຳ​ຖ້ວມ ຢູ່​ເຂດ​ພາກ​ກາງ - ảnh 1

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນມອບຂອງຂວັນໃຫ້ແກ່ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 35 ຄອບຄົວ

        ຕອນບ່າຍວັນທີ 30 ພະຈິກ, ຢູ່ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ  ແລະ ຈຸບທູບທຽນ ຢູ່ ຄອບຄົວ 2 ໃນຈຳນວນ 13 ນັບຮົບເສຍສະຫຼະຊີວິດຢູ່ນະຄອນວິງ  ທີ່ໄດ້ເສຍສະຫຼີຊີວິດໃນການປະຕິບັດໜ້າທີ່ກູ້ໄພກູ້ຊີບຢູ່ເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3 (ແຂວງເທື່ອທຽນ - ເຫ້ວ) ໃນຮຸ່ງເຊົ້າວັນທີ 13 ຕຸລາ ປີ 2020.

        ຢູ່ນະຄອນວິງ, ແຂວງເງະອານ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະ ແລະ ລະດົມກຳລັງໃຈບັນດາຍາດຕິພີ່ນ້ອງຄອບຄົວນັກຮົບທີ່ເສຍສະຫຼະຊີວິດໃນການປະຕິບັດໜ້າທີ່ໃນເຫດພາຍຸນ້ຳຖ້ວມ ຢູ່ເຂດພາກກາງເມື່ອເດືອນຕຸລາທີ່ຜ່ານມາ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ທະຫານເຂດ 4 ສືບຕໍ່ສ້າງເງື່ອນໄຂ, ແບ່ງປັນຄວາມເສຍຫາຍກັບບັນດາຄອບຄົວພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດ…

ຕອບກັບ

ຂ່າວ/ບົດ​ອື່ນ