ປະທານສະພາແຫ່ງຊາດ ສີລັງກາ ສືບຕໍ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ສີລັງກາ ສືບຕໍ່ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ
ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ)

(vovworld) - ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 16/07, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Chamal Rajapaksa ​ໄດ້​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆຂອງ​ຫວຽດນາມ. ວັນ​ທີ 15/07, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຢ້ຽມຢາມ​ຫໍພິພິທະພັນ​ໂຮ່ຈິ​ມິນ; ​ໄປ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ສະຖາບັນ​ສົງຫວຽດນາມ. ​ແລະ​ກໍ່​ໃນ​ວັນ​ທີ 15/07, ສາດສະດາຈານ T.Vitharana, ລັດຖະມົນຕີ​ກະຊວງ​ຂັ້ນ​ສູງ​ກ່ຽວ​ກັບ​ວິທະຍາສາດ, ​ເລຂາທິການ​ໃຫຍ່​ພັກ​ສັງຄົມ​ນິຍົມ ສິລັງກາ ​ໄດ້​ມີ​ບັນດາ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ຄະນະ​ການ​ນຳ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ.
ຂ່າວ/ບົດ​ອື່ນ