ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບ ນາຍົກລັດຖະມົນຕີ ຕີມໍຕາເວັນອອກ


ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບ ນາຍົກລັດຖະມົນຕີ ຕີມໍຕາເວັນອອກ - ảnh 1

(ພາບ: quehuongonline.vn)

 (vovworld)-  ​ວັນ​ທີ 5/9, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ​ໄດ້​ໃຫ້ການຕ້ອນຮັບ​ທ່ານນາຍົກ​ລັດ​ຖະມົນຕີ​ປະ​ເທດ ສ.ຕີມໍ​ຕາ​ເວັນ​ອອກ Kay Rala Xanana Gusmao ຊື່​ງພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ຕີ​ລາຄາ​ສູງ​ໝາກຜົນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງທ່ານນາຍົກ​ລັດ​ຖະມົນຕີ​ຕີ​ມໍ​ຕາ​ເວັນ​ອອກ ກັບນາຍົກ​ລັດ​ຖະມົນຕີ​ຫງວຽນ​ຕິນຢຸງ ພ້ອມ​ທັງ​ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ຕີ​ມໍ​ຕາ​ເວັນ​ອອກ​ເປັນ​ສຳຄັນ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ​ໃນ​ນັ້ນມີ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ ​ແລະ ບັນດາ ອົງການ, ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ຊຸກຍູ້​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິບັນຍັດ​ ​ແລະ ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ