ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມລາຍການກັບຄືນເຂດດິນກວານຫໍ້ ປີ 2015

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມລາຍການກັບຄືນເຂດດິນກວານຫໍ້ ປີ 2015 - ảnh 1
ພິທີ​ຕ້ອນຮັບ​ໃບ​ຢັ້ງຢືນ​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ
(ພາບ: chinhphu.vn)


(vovworld) – ຕອນ​ຄໍ່າ​ວັນ​ທີ 07/03, ຢູ່​ແຂວງ​ບັກ​ນິງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ​ລາຍການ ກັບ​ຄືນ​ສູ່​ເຂດ​ດິນກວານ​ຫໍ້ ປີ 2015 ​ແລະ ພິທີ​ຕ້ອນຮັບ​ໃບ​ຢັ້ງຢືນ​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ ສຳລັບ 2 ກິດຈະກຳ​ແມ່ນ: ​ເຂດ​ສຸສານ, ວິຫານ​ບັນດາ​ເຈົ້າ​ຊີວິດ​ສະ​ໄໝ​ລາດ​ຊະ​ວົງ​ຫຼີ໋ (​ເທດສະບານ​ເມືອງ​ຕື່​ເຊີນ), ​ແຂວງ​ບັກ​ນິງ ​ແລະ ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ, ສະຖາປັດຕະຍາ​ກຳ, ສິລະ​ປະກຳວັດ ​​ເຟີ​ດຕິ໋ກ (ຕາ​ແສງ ​​ເຟີ​ດຕິ໋ກ, ​ເມືອງ​ຕຽນ​ຢູ). ລາຍການກັບຄືນ​ສູ່​ເຂດ​ດິນກວານ​ຫໍ້ ປີ 2015 ຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນ​ຄ່າ​ສິລະ​ປະວັດ​ທະນະ​ທຳ​ພິ​ເສດ​ຂອງ​ຂັບ​ກວາງ​ຫໍ້​ບັກ​ນິງ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ມໍລະດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ຂອງ​ມວນ​ມະນຸດ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະ​ທຳ​ມໍລະດົກ​ຂັບ​ກວານ​ຫໍ້ ​ເຊິ່ງ​ແຂວງ​ບັກ​ນິງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ UNESCO ພາຍຫຼັງ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ທີ່​ພິທີ​ຍັງ​ດຳ​ເນີນ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ເຂດ​ດິນ​ທາງ​ພາກ​ເໜືອ​ທີ່​ສັກກະ​ລະ​ບູຊາ​ອີກດ້ວຍ.

ຂ່າວ/ບົດ​ອື່ນ