ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບໜັງສືພິມຜູ້ຕາງໜ້າປະຊາຊົນ
(ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຮັດວຽກກັບໜັງສືພິມຜູ້ຕາງໜ້າປະຊາຊົນ)
(vovworld) - ວັນທີ 03/01, ທີ່ການເຮັດວຽກກັບໜັງສືພິມຜູ້ຕາງໜ້າປະຊາຊົນ, ສຽງຂອງສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ໜັງສືພິມຜູ້ຕາງໜ້າປະຊາຊົນ ຄວນສືບຕໍ່ສູ້ຊົນເປັນຄັນທຸງນຳໜ້າກ່ຽວກັບການໂຄສະນາ, ສົມເປັນຜູ້ຕາງໜ້າຂອງປະຊາຊົນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ, ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ.
“ໜ້າທີ່ສື່ຂ່າວຂອງບັນດາອົງການຂອງສະພາແຫ່ງຊາດ ແລະ ຂອງປະເທດຊາດ ແມ່ນຮັບໃຊ້ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນໃຫ້ເປັນຢ່າງດີ. ຕ້ອງເຮັດແຈ້ງແນວຄິດ, ທິດສະດີ, ອົງການຈັດຕັ້ງການເມືອງ, ສິດອຳນາດ ແລະ ຄວາມຮັບຜິດຊອບຕໍ່ປະຊາຊົນວ່າ ລັດຫວຽດນາມ ແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ນີ້ແມ່ນໜ້າທີ່ການເມືອງຂອງບັນດາສະຫາຍ. ນັບແຕ່ນັກຂ່າວ ຄະນະບັນນາທິການ, ຕ້ອງຮັບຮູ້ໄດ້ສິ່ງດັ່ງກ່າວ ແລະ ຈັດຕັ້ງການປະຕິບັດສິ່ງນັ້ນເພື່ອໂຄສະນາ, ເຮັດໃຫ້ສະພາແຫ່ງຊາດຂອງປະເທດເຮົາ ກາຍເປັນອົງການສິດອຳນາດແຫ່ງລັດສູງສຸດ, ອົງການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.”
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເອົາໃຈໃສ່ວ່າ ປີ 2014 ແມ່ນປີນຳລັດຖະທຳມະນູນເຂົ້າໃນຊີວິດຕົວຈິງ. ສະນັ້ນ, ໜັງສືພິມຜູ້ຕາງໜ້າປະຊາຊົນ ແລະ ສື່ມວນຊົນເວົ້າລວມ ຕ້ອງໂຄສະນາເພື່ອຮັບປະກັນໃຫ້ລັດຖະທຳມະນູນໄດ້ນຳເຂົ້າຊີວິດຕົວຈິງ ແລະ ໄດ້ຮັບການປະຕິບັດຢູ່ທຸກຂັ້ນ, ທຸກຂະແໜງການ, ຈາກນັ້ນລັດເຖິງໝ່ປະຊາຊົນ ແລະ ຢູ່ພາຍໃນກໍ່ຄືຢູ່ຕ່າງປະເທດ.