ປະທານສະພາແຫ່ງຊາດ ຫງວຽນທິກິມເງີນ ເຂົ້າຮ່ວມງານບຸນ ບາຈ້ຽວ

(VOVWORLD) -ຄະນະຈັດຕັ້ງງານບຸນບ່າຈ້ຽວໄດ້ຈັດຕັ້ງການວາງສະແດງດ້ວຍຫົວຂໍ້ວ່າ “ແທງຮວ໋າແຂວງແຫ່ງມໍລະດົກ”

ປະທານສະພາແຫ່ງຊາດ ຫງວຽນທິກິມເງີນ ເຂົ້າຮ່ວມງານບຸນ ບາຈ້ຽວ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນລັ່ນກອງໄຂງານບຸນບ່າຈ້ຽວ ປິ 2018

(ພາບ:TTXVN)

ໃນວັນທີ 7 ເມສາ (ກົງກັບວັນທີ 22 ເດືອນ 2 ໄລ່ຕາມຈັນທະປະຕິທິນ): ທີ່ເຂດປູສະນີຍະສະຖານລະດັບຊາດພິເສດບາຈ້ຽວຢູ່ຕາແສງ ຈ້ຽວໂລກ, ເມືອງເຮົ້າໂລກ, ແຂວງແທງຮ໋ວາ (ຫວຽດນາມ) ໄດ້ດຳເນີນພິທີລະນືກ 1770 ປີ ແຫ່ງເຖິງວັນແກ່ມໍລະນະກຳຂອງວິລະຊົນຫວຽດນາມ ຈ້ຽວທິຈິງ (ຫຼື ບ່າຈ້ຽວ) (ວັນທີ 22/2 ໄລ່ຕາມຈັນທະປະຕິທິນ ປີ ມະໂລງ 248 – 22 ກຸມພາ ປີຈໍ 2018) ແລະ ໄຂງານບຸນບ່າຈ້ຽວ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ກຽດລັ່ນກອງໄຂງານບຸນບ່າຈ້ຽວ ປີ 2018.

        ພິທີລະນຶກ 1770 ປີ ແຫ່ງເຖິງແກ່ມໍລະນະກຳຂອງນັກວິລະຊົນຂອງປະເທດຊາດ ຈ້ຽວທິຈິງ ແລະ ງານບຸນບ່າຈ້ຽວ ປີ 2018 ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເຊັ່ນ ການໄຫວ້ບູຊາ ແລະ ຖະຫວາຍທູບທຽນທີ່ວິຫານບູຊາ, ເຂດສຸສານບ່າຈ້ຽວ, ສາລາບ້ານຟຸ໋ ດຽນ, ແຫ່ຫວໍ ແລະອື່ນໆ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງງານບຸນບ່າຈ້ຽວໄດ້ຈັດຕັ້ງການວາງສະແດງດ້ວຍຫົວຂໍ້ວ່າ “ແທງຮວ໋າແຂວງແຫ່ງມໍລະດົກ”, ເຊິ່ງຈັດຕັ້ງບັນດາບໍລິການທ່ອງທ່ຽວ, ໂຄສະນາກ່ຽວກັບການທ່ອງທ່ຽວຢູ່ແທງຮວ໋າ, ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວພາຍໃນ ແລະ ນອງແຂວງແທງຮວ໋າ ກັບວິຫານບ່າຈ້ຽວ. ງານບຸນບ່າຈ້ຽວຈະດຳເນີນໃນເວລາສາມວັນ.

ຕອບກັບ

ຂ່າວ/ບົດ​ອື່ນ