ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ແຂວງຮ່ວາບີ່ງ

(VOVWORLD) - ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຈັດຕັ້ງມາເປັນເວລາ 15 ປີແລ້ວ ແລະ ໄດ້ນຳເຂົ້າໃນກົດໝາຍວ່າດ້ວຍແນວໂຮມປະເທດຊາດ ຫວຽດນາມ ເພື່ອປະຕິບັດ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຢູ່ແຂວງຮ່ວາບີ່ງ - ảnh 1 ທ່ານນາງ ຫງວຽນທິກິມເງິນ ທີ່ວັນບຸນ

ຕອນຄ່ຳວັນທີ 10 ພະຈິກ, ຢູ່ບ້ານບຸ່ຍຈ໋າມ, ຕາແສງ ຮ່ວາເຊີນ, ເມືອງ ເລືອງເຊີນ, ແຂວງຮ່ວາບີ່ງ ໄດ້ຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຈັດຕັ້ງມາເປັນເວລາ 15 ປີແລ້ວ ແລະ ໄດ້ນຳເຂົ້າໃນກົດໝາຍວ່າດ້ວຍແນວໂຮມປະເທດຊາດ ຫວຽດນາມ ເພື່ອປະຕິບັດ, ນີ້ແມ່ນວັນບຸນມູນເຊື້ອຄວາມສາມັກຄີຂອງທຸກໆເຂດຊຸມຊົນໃນທົ່ວປະເທດ, ເພື່ອແນໃສ່ທົບທວນຄືນມູນເຊື້ອການປະຕິວັດຂອງທ້ອງຖິ່ນ ແລະ ເຂດຊຸມຊົນ:

        “ພາຍຫຼັງວັນບຸນມະຫາສາມັກຄີຂອງປີນີ້, ໃນປີໜ້າ ແລະ ຊຸມປີຕໍ່ໄປ, ພວກເຮົາຍາມໃດກໍ່ຕ້ອນຮັບບັນດາຂ່າວມ່ວນຊື່ນໃນຄວາມມານະພະຍາຍາມເພີ່ມທະວີການຜະລິດ ໃຫ້ນັບມື້ນັບມີຫຼາຍຮູບແບບສ້າງເສດຖະກິດເກັ່ງ. ພິເສດ, ແມ່ນປະຊາຊົນ ບ້ານ ບຸ່ຍຈ໋າມ ຈະສືບຕໍ່ຮັກສາມູນເຊື້ອສາມັກຄີ, ຮັກສາວັດທະນະທຳຊົນເຜົ່າຂອງປະຊາຊົນໄວ້ໃຫ້ໝັ້ນຄົງ.”

        ກໍ່ໃນຕອນຄ່ຳວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນທັງຊາດເຂດຊຸມຊົນ 10, 11. 12 ຕາແສງເຈີ່ນຮືງດ້າວ, ເມືອງ ຮ່ວານກຽມ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ