ປະທານສະພາແຫ່ງຊາດ ຫວຽດນາມ: ພະນັກງານສ້າງກົດໝາຍຕ້ອງມີຈັນຍາບັນ
(VOVWORLD) - ຕອນບ່າຍວັນທີ 4 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນກົດໝາຍ ຫວຽດນາມ ຄື ວັນທີ 9 ພະຈິກ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະກັບສະມາຊິກສະພາແຫ່ງຊາດທີ່ເຄື່ອນໄຫວສະເພາະກິດ, ພະນັກງານ, ລັດຖະກອນ ອົງການສ້າງກົດໝາຍ, ຕຸລາການ, ຄົ້ນຄວ້າການສ້າງກົດໝາຍຢູ່ສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ຖ່າຍຮູບເປັນທີ່ລະນຶກ(ພາບ:VOV) |
ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ວັນກົດໝາຍ ຫວຽດນາມ ແມ່ນວັນຂອງທົ່ວປວງຊົນ, ວັນເຄົາລົບ ແລະ ປ້ອງກັນກົດໝາຍ. ສໍາລັບຜູ້ເຮັດວຽກງານສ້າງກົດໝາຍໃນອົງການສ້າງກົດໝາຍ ຍິ່ງມີຄວາມໝາຍກວ່າຜູ້ໃດໝົດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍຜົນງານ ເຊິ່ງຖັນແຖວສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ, ພະນັກງານ, ລັດຖະກອນ ອົງການສ້າງກົດໝາຍ, ຕຸລາການ… ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ປາດຖະໜາວ່າ ບຸກຄົນທີ່ເຄື່ອນໄຫວໃນວຽກງານສ້າງກົດໝາຍຕ້ອງຮັບຟັງຄຳເຫັນຂອງອົງການສະເໜີຮ່າງກົດໝາຍ, ຮັບຟັງຄຳເຫັນຂອງນັກຊ່ຽວຊານ, ຮັບຟັງຄຳເຫັນຂອງກັນເພື່ອໃຫ້ວຽກງານສ້າງກົດໝາຍຮັບປະກັນຄວາມໂປ່ງໃສ, ຄົບຊຸດ, ມີສະຖຽນລະພາບ, ຕອບສະໜອງໄດ້ຄວາມຕ້ອງການສ້າງສາ, ພັດທະນາປະເທດຊາດແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ.