(vovworld) – ຕອນຄຳ່ວັນທີ 11/6, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ El Salvador ໂດຍທ່ານ Sigfrido Reyes, ປະທານສະພາແຫ່ງຊາດນຳໜ້າ ໄດ້ເດີນທາງອອກຈາກນະຄອນ ໂຮ່ຈີມິນ ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ຢ່າງຈົບງາມ. ໃນການຢ້ຽມຢາມເປັນເວລາ 5 ວັນຢູ່ ຫວຽດນາມ (6 – 11/6), ທ່ານປະທານສະພາແຫ່ງຊາດ El Salvador Sigfrido Reyes ໄດ້ມີພົບປະການເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ. ທີ່ການເຈລະຈາ ແລະ ພົບປະຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດ El Salvador ແລະ ບັນດາການນຳພັກ, ລັດ ຫວຽດນາມ ໄດ້ເຫັນດີເປັນເອກະສັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ. 2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບຮັກສາບັນດາການເຄື່ອນໄຫວພົບປະແລກປ່ຽນທຸກຂັ້ນເປັນປະຈຳ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສ້າງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາໃນທຸກຂົງເຂດ.