ປະທານສະພາແຫ່ງຊາດ El Savador, Sigfrido Reyes ຢ້ຽມຢາມ ຫວຽດນາມ
ທ່ານ Sigfrido Reyes, ປະທານສະພາແຫ່ງຊາດ El Savador
(ພາບ: elmundo.com.sv)
(vovworld) - ຕາມແຈ້ງການຂອງກຳມາທິການພົວພັນກັບຕ່າງປະເທດຂອງສະພາແຫ່ງຊາດແລ້ວ, ວັນທີ 06/06. ຄະນະຜູ້ແທນຊາດຂັ້ນສູງຂອງສະພາແຫ່ງຊາດ El Savador ໂດຍທ່ານ Sigfrido Reyes, ປະທານສະພາແຫ່ງຊາດ ນຳໜ້າມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ ເປັນເວລາ 5 ວັນ (ແຕ່ວັນທີ 05 - 11/06), ທ່ານປະທານສະພາແຫ່ງຊາດ El Savador, Sigfrido Reyes, ຈະມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ພົບປະເຈລະຈາກັບການນຳພັກ, ລັດ ຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວສຳຄັນບາງຢ່າງ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ El Savador ກັບ ຫວຽດນາມ ເວົ້າລວມ ແລະ ລະຫວ່າງ 2 ສະພາແຫ່ງຊາດ 2 ປະເທດເວົ້າສະເພາະ.