(vovworld) - ໂດຍສືບຕໍ່ການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 6/12, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ເຂົ້າເຝົ້າພະເຈົ້າຈັກກະພັດຍີ່ປຸ່ນ Akihito ຢູ່ພະລາຊະວັງ. ນີ້ແມ່ນເຫດການພິເສດ, ຢືນຢັນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຫວຽດນາມ - ຍີ່ປຸ່ນ. ເມື່ອແຈ້ງໃຫ້ພະເຈົ້າຈັກກະພັດ Akihito ຊາບກ່ຽວກັບໝາກຜົນຂອງການເຈລະຈາກັບທ່ານປະທານສະພາສູງຍີ່ປຸນ Hirata Kenji, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ ສອງຝ່າຍໄດ້ເປັນເອກະພາບນຳກັນຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ແບ່ງປັນບົດຮຽນດ້ານນິຕິບັນຍັດລະຫວ່າງສະພາແຫ່ງຊາດສອງປະເທດ; ປະກອບສ່ວນສືບຕໍ່ຍູ້ແຮງປະສິດທິຜົນແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ເຊິ່ງພວມໄດ້ຮັບການພັດທະນາອັນດີງາມ ລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຂອບອົກຂອບໃຈ ແລະ ຕີລາຄາສູງເລື່ອງ ຍີ່ປຸ່ນ ສືບຕໍ່ສະຫງວນທຶນ ODA ໃນລະດັບໃຫ້ແກ່ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ຈະເພີ່ມທະວີລະບອບຕິດຕາມກວດກາປະຕິບັດການນຳໃຊ້ແຫຼ່ງທຶນດັ່ງກ່າວຢ່າງມີປະສິດທິຜົນ ແລະ ມີຜົນປະໂຫຍດທີ່ສຸດ.
ສ່ວນພະເຈົ້າຈັກກະພັດຍີ່ປຸ່ນ Akihito ປາດຖະໜາວ່າ ສອງຝ່າຍຈະສົມທົບກັນຈັດຕັ້ງສຳເລັດເຫດການປີມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມື, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດເລິກເຊິ່ງຂຶ້ນຕື່ມ.
ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ມີການພົບປະເຈລະຈາກັບທ່ານ Hatoyama, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ, ຕ້ອນຮັບການນຳພັກກອມມູນິດ ຍີ່ປຸ່ນ.