(vovworld) – ຕອນຄໍ່າວັນທີ 21/08, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນປະຈຳຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ມອບຫຼຽນໄຊ “ຕາເວັນອອກ” ໃຫ້ທ່ານ ຫງຽມຫວູຂາຍ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳຫວຽດນາມ ຊີ້ແຈ້ງວ່າ: ເລື່ອງມອບຫຼຽນໄຊຄັ້ງນີ້ແມ່ນສະແດງໃຫ້ເຫັນການຕີລາຄາສູງຂອງລັດຖະບານຍີ່ປຸ່ນສຳລັບບັນດາຜົນງານຢ່າງໃຫຍ່ຫຼວງຂອງທ່ານ ຫງຽມຫວູຂາຍ ໃນການຊຸກຍູ້ການພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ມິດຕະພາບລະຫວ່າງ 2 ປະເທດຫວຽດນາມ - ຍີ່ປຸ່ນ ໃນຕະຫຼອດໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, ທ່ານຫງຽມຫວູຂາຍ ຈະສືບຕໍ່ມານະພະຍາຍາມໃຫ້ແກ່ການພັດທະນາລະຫວ່າງ 2 ປະເທດກວ່າອີກ. ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນໄຊອັນສູງສົ່ງນີ້, ທ່ານ ຫງຽມຫວູຂາຍ ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ເນັ້ນໜັກວ່າ ປະຈຸບັນ, ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະພັດທະນາດີງາມທີ່ສຸດ ແລະ ຢືນຢັນຈະສືບຕໍ່ມານະພະຍາຍາມເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນໄລຍະຈະມາເຖິງ.