ປະທານຫງວຽນທ້ຽນເຍີນຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດTataປະຈຳຫວຽດນາມ
|
(vovworld) - ຕອນບ່າຍວັນທີ 10/1, ຢູ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Indronil Sengupta, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Tata (ປະເທດ ອິນເດຍ) ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຢ້ຽມຢາມສຳນັກງານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນທ້ຽນເຍີນ ໄດ້ຢັ້ງຢືນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ເປີດກ້ວາງປະຕູເພື່ອຕ້ອນຮັບບັນດານັກລົງທຶນ ອິນເດຍ, ພິເສດແມ່ນບັນດາກຸ່ມບໍລິສັດໃຫຍ່ເຂົ້າມາລົງທຶນໃນບັນດາຂົງເຂດເຊິ່ງ ອິນເດຍ ມີທ່າແຮງ ແລະ ເໝາະສົມກັບຄວາມຕ້ອງການຂອງ ຫວຽດນາມ. ທ່ານ ຫງວຽນທ້ຽນເຍີນ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ໄປຄຽງຄູ່ກັບການພັດທະນາບັນດາໂຄງການທີ່ພວມຜັນຂະຫຍາຍໃຫ້ປະສົບຜົນສຳເລັດຢູ່ ຫວຽດນາມ, ກຸ່ມບໍລິສັດ Tata ຄວນຄິດໄລ່ຊັ່ງຊາເຖິງການລົງທຶນພັດທະນາບັນດາໂຄງການອຸດສາຫະກຳສຳຮອງຄື ອຸດສາຫະກຳຕ່ຳແຜ່ນຕັດຫຍິບ, ເຕັກໂນໂລຢີຊອບແວ… ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງກຸ່ມບໍລິສັດ Tata ແລະ ບັນດາວິສາຫະກິດອື່ນຂອງ ອິນເດຍ ຈະພ້ອມກັບບັນດາຄູ່ຮ່ວມມື ຫວຽດນາມ ປະກອບເຫື່ອແຮງຊຸກຍູ້ ແລະ ຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ປະກົດຜົນເປັນຈິງ, ຜ່ານນັ້ນ ໄດ້ເພີ່ມທະວີການພົວພັນທາງການທູດແບບຍືນຍົງ, ຍາວນານລະຫວ່າງ 2 ປະເທດ ຫວຽດນາມ - ອິນເດຍ.