ປະທານາທິບໍດີຄົນໃໝ່ຂອງຢູກແຣນສາບານຕົວເຂົ້າດຳລົງຕຳແໜ່ງ

ປະທານາທິບໍດີຄົນໃໝ່ຂອງຢູກແຣນສາບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ທ່ານ Poroshenko ​ໄດ້ສາບານຕົວເຂົ້າດຳລົງຕຳແໜ່ງ ປະທານາທິບໍດີຢູກ​ແຣນ
(ພາບ:reuters)

(vovworld)-ພາຍຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ທ້າຍ​ເດືອນ 5 ທີ່​ຜ່ານ​ມາ, ທ່ານ Pyotr Poroshenko ​ໄດ້ສາບານຕົວເຂົ້າດຳລົງຕຳແໜ່ງ ປະທານາທິບໍດີຢູກ​ແຣນ, ຊຶ່ງ​ໄດ້​ໝັ້ນ​ໝາຍ​ຮັກສາ​ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ນີ້​ຊຶ່ງ​ພວມ​ຖືກ​ຕົກ​ຢູ່​ໃນ​ວິ​ກິດ​ການ ​ແລະ ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ນີ້. ພິທີສາບານຕົວເຂົ້າດຳລົງຕຳແໜ່ງ​ໄດ້​ຖືກ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 7/6 ຢູ່​ກິ​ແອບ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ຂັ້ນ​ສູງ​ທີ່​ມາ​ຈາກ 56 ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງສາກົນ.

   ປະທານາທິບໍດີຄົນ​ໃໝ່​ຂອງຢູກ​ແຣນ ທ່ານ Pyotr Poroshenko ​ຢືນຢັນ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ດ້ວຍ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ໜັກໜ່ວງ​ນັ້ນ, ລັດຖະບານ ກີ​ແອບ ຈະ​ຮັບປະກັນ​ບັນດາ​ສິດ ​ແລະ ຄວາມ​ເສລີ​ຂອງ​ປະຊາຊົນຢູກ​ແຣນ, ​ເຄົາລົບ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ​ໄປ​ຄຽງ​ຄູ່​ກັບ​ການ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ. ທ່ານປະທານາທິບໍດີຄົນ​ໃໝ່ຢູກ​ແຣນ Pyotr Poroshenko ​ໃຫ້​ຮູ້​ວ່າ ຈະ​ລົງ​ນາມ​ໃນ​ພາກເນື້ອ​ໃນ​ເສດຖະກິດ​ໃນ​ສັນຍາ​ຮ່ວມ​ສຳພັນ​ກັບ​ສະຫະພາບ​ເອີ​ລົບ ​ແລະ ຖື​ວ່າ ສັນຍາ​ນີ້​ແມ່ນ​ບາດກ້າວ​ເດີນ​ທຳ​ອິດ​ໃນ​ວິວັດທະນາ​ການ​ກາຍ​ເປັນ​ສະມາຊິກ​ສົມບູນ​ຂອງ​ສະຫະພາບ​ເອີ​ລົບ. ​

ຂ່າວ/ບົດ​ອື່ນ