ປະທານາທິບໍດີບັງກະ ລາເທດຢ້ຽມຢາມ ອິນເດຍ
(ພາບປະກອບ)
(vovworld)– ວັນທີ 18/12, ທ່ານ Abdul Hamid ປະທານາທິບໍດີບັງກະລາເທດ ໄດ້ເດີນທາງໄປຮອດນິວເດລີ, ເລີ່ມຕົ້ນການຢ້ຽມຢາມອິນເດຍ ຢ່າງເປັນທາງການໃນເວລາ 6 ວັນ, ເພື່ອແນໃສ່ເພີ່ມທະວີ ແລະ ເປີດກ້ວາງການພົວພັນລະຫວ່າງສອງປະເທດ. ກະຊວງການຕ່າງປະເທດອິນເດຍ ໃຫ້ຮູ້ວ່າ: ທ່ານປະທາ ນາທິບໍດີ Abdul Hamid ຈະມີການເຈລະຈາກັບປະທານາທິບໍດີອິນເດຍ Pranab Mukherjee ແລະ ພົບປະກັບຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງອື່ນໆຂອງອິນເດຍ. ຄາດວ່າ, ທ່ານຈະໄປຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທຳຈຳນວນໜຶ່ງຢູ່ພາຍໃນ ແລະ ນອກນະຄອນ ຫຼວງນິວເດລີ.
ການຢ້ຽມຢາມຂອງປະທານາທິບໍດີ Abdul Hamid ດຳເນີນໄປໃນສະພາບອິນເດຍ ພວມມານະພະຍາຍາມສົ່ງເສີມສັນຍາຊາຍແດນທາງບົກກັບບັງກະລາເທດ./.