ປະທານາທິບໍດີມຽນມາສະຫນັບສະຫນູນການປັບປຸງລັດຖະທຳມະນູນ

ປະທານາທິບໍດີມຽນມາສະຫນັບສະຫນູນການປັບປຸງລັດຖະທຳມະນູນ - ảnh 1
ປະທານາທິບໍດີ ມຽນມາ U Thein Sein
photo:thanhnien.com


(vovworld)- ​ໃນ​ບົດ​ກ່າວ​ປາ​ໄສ​ປະຈຳ​ເດືອນ​ຊື່​ງອອກ​ອາກາດທາງ​ວິທະຍຸ​ແຫ່ງ​ລັດ​​ໃນ​ວັນ​ທີ 2/1/2014, ປະທານາທິບໍດີ ມຽນມາ U Thein Sein ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ລັດຖະທຳ​ມະນູນ​ຄວນ​ໄດ້​ຮັບ​ການ​ປັບປຸງ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຕ້ອງການ​ຂອງ​ສັງຄົມ, ​ເສດຖະກິດ​ແຫ່ງ​ຊາດ. ປະທານາທິບໍດີ Thein Sein ​ເນັ້ນ​ຫນັກ​ວ່າ: ການ​ໂອ້​ລົມ​ສົນທະນາ​ການ​ເມືອງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ໃຫ້​ແກ່​ການ​ໄກ່​ເກ​່ຍປອງ​ດອງ​ແຫ່ງ​ຊາດ ​ແລະ ​ແມ່ນ​ພື້ນຖານ​ຂອງ​ວິວັດ​ການ​ສັນຕິພາບ​ຊົນ​ຊາດ​ຈຳ​ເປັນ​​ຕ້ອງ​ມີ​ການ​ປັບປຸງ​ລັດຖະທຳ​ມະນູນ. ທ່ານ​ໃຫ້​ຮູ້​ຕື່ມອີກ​ວ່າ: ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ປັບປຸງ​ລັດຖະທຳ​ມະນູນ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ອື່ນ ປະຈຸ​ບັນ ພວມ​ໄດ້​ຮັບ​ການ​ປຶກສາ​ຫາລືຢ່າງ​ເປີດ​ເຜີຍ​ໃນ​ປະຊາຊົນ.

ຂ່າວ/ບົດ​ອື່ນ