ປະທານາທິບໍດີຢູແກຼນ ຮຽກຮ້ອງຈັດການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາໃນເດືອນກໍລະກົດຈະມາເຖິງ

(VOVWORLD) -ຕາມລັດຖະດຳລັດເຊິ່ງໄດ້ປະກາດໃນວັນທີ 21 ພຶດສະພາ, ທ່ານປະທານາທິບໍດີຄົນໃໝ່ຢູແກຼນ Volodymir Zelensky ໄດ້ຮຽກຮ້ອງໃຫ້ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາໃນວັນທີ  21 ກໍລະກົດຈະມາເຖິງ.

ປະທານາທິບໍດີຢູແກຼນ ຮຽກຮ້ອງຈັດການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາໃນເດືອນກໍລະກົດຈະມາເຖິງ - ảnh 1ທ່ານປະທານາທິບໍດີຢູແກຼນ Volodymir Zelensky

(ພາບ: AFP/TTXVN)

ກ່ອນໜ້ານັ້ນ 1 ວັນ, ທ່ານ Volodymir Zelensky ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີຢູແກຼນ. ກ່າວຄຳເຫັນທີ່ພິທີສາບານຕົວຮັບດຳລົງຕຳແໜ່ງ, ທ່ານ Volodymir Zelensky ໄດ້ຖະແຫຼງຍຸບເລີກສະພາແຫ່ງຊາດຊຸດທີ 8.

        ເລື່ອງຍຸບເລີກສະແຫ່ງຊາດໄດ້ຮັບຖືວ່າ ແມ່ນບາດກ້າວເດີນຢ່າງແຮງ ແລະ ແມ່ນຍຸດທະສາດຂອງທ່ານ Volodymir Zelensky ໃນສະພາບທີ່ ພັກໃໝ່ຂອງປະທານາທິບໍດີຄົນໃໝ່ ບໍ່ມີຜູ້ຕາງໜ້າໃນສະພາແຫ່ງຊາດ, ເຄີຍຖືກບັນດາກຳລັງທີ່ມີຄວາມຈົ່ງຮັກພັກດີຕໍ່ທ່ານອະດີດປະທານາທິບໍດີ Poroshenko ຢຶດເອົາທ່າໄດ້ປຽບ.

ຕອບກັບ

ຂ່າວ/ບົດ​ອື່ນ