ປະທານາທິບໍດີລັດເຊຍ Putin ຍ້ອງຍໍຊົມເຊີຍການປັບປຸງລັດຖະທຳມະນູນແມ່ນ ຖືກຕ້ອງສຳລັບປະເທດລັດເຊຍ
(VOVWORLD) -ໃນວັນທີ 5 ກໍລະກົດ, ທ່ານ Vladimir Putin ປະທານາທິບໍດີລັດເຊຍໄດ້ປະກາດວ່າ ການປັບປຸງລັດຖະທຳມະນູນທີ່ຫາກໍ່ໄດ້ຮັບຮອງເອົາໃນການປ່ອນບັດທົ່ວປະເທດໄດ້ສ້າງເງື່ອນໄຂໃຫ້ແກ່ການພັດທະນາຄວາມກ້າວໜ້າຂອງປະເທດລັດເຊຍໃນຫຼາຍທົດສະວັດຈະມາເຖິງ.
ທ່ານ Vladimir Putin ປະທານາທິບໍດີລັດເຊຍ (ພາບ: TTXVN) |
ໜຶ່ງໃນບັນດາການປ່ຽນແປງທີ່ໄດ້ຮັບການອະນຸມັດໃນການປ່ອນບັດທີ່ແກ່ຍາວມາເປັນ 1 ອາທິດດັ່ງກ່າວ ຈະຊ່ວຍໃຫ້ທ່ານ Vladimir Putin ອາດຈະສືບຕໍ່ດຳລົງຕຳແໜ່ງຕື່ມອີກ 2 ອາຍຸການຈົນຮອດປີ 2036. ຂໍ້ກຳນົດຂອງລັດຖະທຳມະນູນສະບັບປັບປຸງໄດ້ຊີ້ແຈ້ງວ່າ ປະທານາທິບໍດີມີສິດສ້າງສະພາຄວາມໝັ້ນຄົງ, ສະພາແຫ່ງລັດ ລັດເຊຍ…