ທ່ານປະທານາທິບໍດີ ປະເທດ ສ. ຟີລິບປິນ
|
(vovworld) - ວັນທີ 28/9, ທ່ານປະທານາທິບໍດີ ປະເທດ ສ. ຟີລິບປິນ Rodrigo Roa Duterte ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 28 – 29/9/2016 ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ແລະ ແມ່ນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທີ 4 ຂອງທ່ານ Rodrigo Roa Duterte ນັບແຕ່ເມື່ອດຳລົງຕຳແໜ່ງ (30/6/2016) ເປັນ ປະທານາທິບໍດີ ຟີລິບປິນ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ ສ. ຟີລິບປິນ Rodrigo Roa Duterte, 2 ຝ່າຍຈະແລກປ່ຽນບັນດາທິດທາງ, ມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ, ພິເສດແມ່ນກ່ຽວກັບດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ…. ນອກນັ້ນ, 2 ຝ່າຍຈະແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.