ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin
(ພາບ:giaoduc.net)
|
(vovworld)- ຕອນບ່າຍວັນທີ 12/11, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ໄດ້ດຳເນີນການເຈລະຈາ. ປະມຸກລັດຂອງ 2 ປະເທດໄດ້ເປັນ ເອກະສັນກັນວ່າ ຄວນມີບັນດາມາດຕະການທີ່ມີລັກສະນະບຸກທະລຸເພື່ອຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ, ໃນນັ້ນໃຫ້ບຸລິມະສິດດ້ານແຫຼ່ງ ກຳລັງຢ່າງສູງສຸດເພື່ອລົງນາມ FTA ລະຫວ່າງຫວຽດນາມ ແລະ ພັນທະພາບພາສີໂດຍໄວ, ຜັນຂະຫຍາຍບັນດາໂຄງການລົງທຶນຮັບບຸລິມະສິດທີ່ໄດ້ກຳນົດໃນຂອບເຂດໜ່ວຍປະຕິບັດງານຂັ້ນສູງໂດຍລັດຖະມັນຕີກະຊວງອຸດສາຫະກຳການຄ້າ 2 ປະເທດນຳໜ້າ. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງການໃຫ້ບຸລິມະສິດພັດທະນາການຮ່ວມມືໃນຂົງເຂດພະລັງງານດ້ວຍຈຸດໃຈກາງແມ່ນການຮ່ວມມືດ້ານນ້ຳມັນອາຍແກັດ ແລະ ໄຟຟ້ານິວເຄຼຍ, ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດ ແລະ ອົງການຮ່ວມທຸລະກິດຂອງປະເທດຜັນຂະຫຍາຍບັນດາໂຄງການທີ່ພວມທີຢູ່ແລ້ວ ແລະ ຊຸກຍູ້ບັນດາໂຄງການຮ່ວມມືໃໝ່ຢູ່ຫວຽດນາມ ແລະ ລັດເຊຍ.
2 ຝ່າຍເຫັນດີເປັນເອກະສັນຢ່າງສູງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຢືນຢັນສືບຕໍ່ເພີ່ມທະວີການສົມທົບເຄື່ອນໄຫວບົນເວທີ່ສາກົນ. 2 ຝ່າຍເຫັນດີເປັນເອກະສັນວ່າ ການຢ້ຽມຢາມທາງລັດຖະກິດ ຫວຽດນາມຂອງ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ໄດ້ມີການພົບປະກັບວົງການນັກຂ່າວ. ຜູ້ນຳ 2 ທ່ານຢືນຢັນວ່າ ການເຈລະຈາແມ່ນປະສົບຜົນສຳເລັດຢ່າງດີງາມ. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ໄດ້ເຫັນດີເປັນເອກະສັນຄວນເພີ່ມທະວີການພົວພັນດ້ານການເມືອງຢ່າງສະໜິດແໜ້ນໂດຍຜ່ານກົນໄກແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເອົາໃຈໃສ່ເຖິງຂົງເຂດເສດຖະກິດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງມາໃຫ້ແກ່ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຂ້າພະເຈົ້າຢືນຢັນອີກເທື່ອໜຶ່ງວ່າ ເຈດຈຳນົງດ້ານການເມືອງ ແລະ ຄວາມຕັດສິນໃຈຂອງການນຳຫວຽດນາມ ແມ່ນສະເໝີຕົ້ນສະເໝີປາຍຖືລັດເຊຍແມ່ນຄູ່ຮ່ວມມືອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຕົນ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ ”
ເນື່ອງໃນໂອກາດນີ້, ການນຳ 2 ທ່ານ ໄດ້ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມື 17 ສະບັບໃນຫຼາຍຂົງເຂດລະຫວ່າງ 2 ປະເທດ.
ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ມີການພົບປະກັບ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດ ຫວຽດນາມຂອງ ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ຈະສ້າງກຳລັງຊຸກຍູ້ໃໝ່ທີ່ແຂງແຮງ ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ ລັດຖະບານຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນສົມທົບກັບລັດຖະບານລັດເຊຍຜັນຂະຫຍາຍປະຕິບັດບັນດາສັນຍາທີ່ 2 ຝ່າຍບັນລຸໄດ້, ພ້ອມທັງສະເໜີລັດຖະບານ 2 ປະເທດນຳບັນດາສັນຍາ, ຂໍ້ຕົກລົງກັນເຂົ້າໃນສາລາບານບຸລິມະສິດປະຈຳປີເພື່ອພ້ອມກັນປະຕິບັດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງສະເໜີຝ່າຍລັດເຊຍຊຸກຍູ້ວິວັດທະນາການເຈລະຈາໂດຍໄວ ແລະ ມີປະສິດທິຜົນກ່ວາເພື່ອສຳເລັດການເຈລະຈາ , ເຊັນກວດ FTA ລະຫວ່າງຫວຽດນາມ ແລະ ພັນທະພາບພາສີໂດຍໄວໃນທ້າຍປີ 2014 ແລະ ເຊັນເປັນທາງການໃນປີ 2015. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງສະເໜີຝ່າຍລັດເຊຍ ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມຄືບໜ້າໃນການກໍ່ສ້າງໂຮງງານໄຟຟ້ານິວເຄຼຍແຫ່ງທຳອິດຢູ່ນິງຖ້ວນ.ສ່ວນທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ເນັ້ນໜັ້ກວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ເປັນໄລກອນຂອງລັດເຊຍຢູ່ອາຊີ-ປາຊີຝິກ, ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ຖືວ່າຈຸດໝາຍເຖິງປີ 2015, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ- ລັດເຊຍ ບັນລຸ 7 ຕື້ USD ແມ່ນອາດເປັນໄປໄດ້. ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ຢືນຢັນວ່າ ຈະຊຸກຍູ້ວິວັດທະນາການເຈລະຈາເພື່ອເຊັນ FTA ລະຫວ່າງຫວຽດນາມ ແລະ ພັນທະພາບພາສີໂດຍໄວ. ພ້ອມນັ້ນ, ລັດເຊຍພ້ອມແລ້ວເປີດກ້ວາງການຮ່ວມມືກັບຫວຽດນາມໃນຫຼາຍຂົງເຂດ, ເປັນຕົ້ນແມ່ນສາທາລະນະສຸກ, ການສຶກສາ, ວັດທະນະທຳ...ອີກດ້ວຍ.
ແລະ ກໍໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກໍໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ຢ່າງສະໜິດສະໜົມ .