ປະທານາທິບໍດີສ.ເກົາຫຼີຮຽກຮ້ອງໃຫ້ພຽງຢາງເຈລະຈາເພື່ອສິ້ນສຸດສົງຄາມ ເກົາຫຼີ ຢ່າງເປັນທາງການ

(VOVWORLD) -ທ່ານປະທານາທິບໍດີ Moon Jae in ເນັ້ນໜັກວ່າ: “ພວກເຮົາຍັງບໍ່ທັນລະນຶກເຖິງສົງຄາມ ເກົາຫຼີ ຢ່າງແທ້ຈິງ. ຍ້ອນສົງຄາມນີ້ຍັງບໍ່ທັນສິ້ນສຸດລົງຢ່າງແທ້ຈິງ”.

ປະທານາທິບໍດີສ.ເກົາຫຼີຮຽກຮ້ອງໃຫ້ພຽງຢາງເຈລະຈາເພື່ອສິ້ນສຸດສົງຄາມ ເກົາຫຼີ ຢ່າງເປັນທາງການ - ảnh 1 ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in

(ພາບ: Yonhap/TTXVN)

ວັນທີ 25 ມິຖຸນາ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ຮຽກຮ້ອງໃຫ້ສປປ.ເກົາຫຼີ ພ້ອມກັບ ເຊີອູນ ຢຸດຕິສົງຄາມ ເກົາຫຼີ (1950 - 1953) ຢ່າງເປັນທາງການ ດ້ວຍບັນດາການເຈລະຈາໂດຍສັນຕິ, ພ້ອມທັງສົ່ງສານກ່າວເຕືອນຢ່າງຈະແຈ້ງວ່າ ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ ພວມຖືກນາບຂູ່. ໃນບົດກ່າວປາໄສຢູ່ຖານທີ່ໝັ້ນກອງທັບອາກາດທີ່ ເຊີອູນ, ທ່ານປະທານາທິບໍດີ Moon Jae in ເນັ້ນໜັກວ່າ: “ພວກເຮົາຍັງບໍ່ທັນລະນຶກເຖິງສົງຄາມ ເກົາຫຼີ ຢ່າງແທ້ຈິງ. ຍ້ອນສົງຄາມນີ້ຍັງບໍ່ທັນສິ້ນສຸດລົງຢ່າງແທ້ຈິງ”.

        ທ່ານປະທານາທິບໍດີສ.ເກົາຫຼີ ຊີ້ແຈ້ງວ່າ, ສົງຄາມທີ່ແກ່ຍາວເປັນເວລາ 3 ປີດັ່ງກ່າວຫາກໍ່ສິ້ນສຸດລົງດ້ວຍຂໍ້ຕົກລົງຢຸດຮົບເທົ່ານັ້ນ, ຫາກບໍ່ແມ່ນສົນທິສັນຍາສັນຕິພາບ ສະນັ້ນ, ຕາມດ້ານເຕັກນິກແລ້ວທັງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍັງຢູ່ໃນສະພາບສົງຄາມ ແລະ ປະເຊີນໜ້າກັບຄວາມເຄັ່ງຕຶງດ້ານການທະຫານຢ່າງຕໍ່ເນື່ອງ. ທ່ານສະແດງຄວາມຫວັງວ່າ, ສປປ.ເກົາຫຼີ ຈະ “ເລີ່ມສິ້ນສຸດສົງຄາມທີ່ເຈັບປວດທີ່ສຸດໃນປະຫວັດສາດຂອງໂລກນີ້ໄດ້ແລ້ວ”.

ຕອບກັບ

ຂ່າວ/ບົດ​ອື່ນ