ປະທານາທິບໍດີອາເມລິກາເຊັນປະກາດໃຊ້ກົດໝາຍວ່າດ້ວຍປີງົບປະມານ2014ແລະ2015

ປະທານາທິບໍດີອາເມລິກາເຊັນປະກາດໃຊ້ກົດໝາຍວ່າດ້ວຍປີງົບປະມານ2014ແລະ2015 - ảnh 1
ທ່ານ ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: AFP/TTXVN)

(vovworld) - ວັນ​ທີ 26/12, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເຊັນ​ຂໍ້​ຕົກລົງ​ນຳ​ເຂົ້າ​ປະຕິບັດ​ແຜນການ​ໃຊ້​ຈ່າຍ​ງົບປະມານ​ໃຫ້​ປີ​ການ​ເງິນ 2014 ​ແລະ 2015 ພ້ອມ​ກັບ​ກົດໝາຍ​ວ່າ​ດ້ວຍ​ການ​ໃຊ້ຈ່າຍ​ງົບ​ປະມານດ້ານ​ປ້ອງ​ກັນ​ປະ​ເທດ​ປີ 2014.

    ກົດໝາຍ​ວ່າ​ດ້ວຍ​ການ​ໃຊ້​ຈ່າຍ​ງົບປະມານ​ເຊິ່ງທ່ານ​ປະນາທາທິບໍດີ Obama ຫາ​ກໍ່​ເຊັນ​ແມ່ນ​ຂໍ້​ຕົກລົງ​ທີ່​ໄດ້​ຮັບຮອງ​ເອົາ​ຈາກ​ສະພາ​ສູງ ​ແລະ ສະພາ​ຕຳ່ ອາ​ເມ​ລິ​ກາ, ຕາມ​ນັ້ນ​ແລ້ວ, ງົບປະມານ​ປີ​ 2014 (​ແຕ່​ວັນ​ທີ 1/10/2013), ​ແມ່ນ 1.012 ຕື້ USD ​ແລະ ງົບປະມານປີ​ 2015 ​ແມ່ນ 1.014 ຕື້ USD. ດ້ວຍ​ບັນດາ​ແຜນການ​ໃຊ້​ຈ່າຍ​ງົບປະມານ​ນີ້, ​ແຕ່​ນີ້​ຮອດ​ເດືອນ​ 10/2015, ປະ​ເທດ ອາ​ເມ​ລິ​ກາ ​ຈະ​ຫຼີກ​ລ້ຽງ​ສະພາບ​ສຳນັກງານ​ແຫ່ງ​ຕ່າງໆ​ຂອງ​ລັດ​ຖືກ​ປິດ​ປະຕູ ດ້ວຍ​ເລື່ອງ​ມີ​ເງິນ​ຕື່ມ​ອີກ 63 ຕື້ USD ​ໃນ​ແຕ່ລະ​ປີ. ​ພ້ອມ​ກັນ​ນັ້ນ, ແຜນ​ງົບປະມານ​ດັ່ງກ່າວກໍ່​ຢຸດຕິ​ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ການ​ໃຊ້​ຈາ່ຍ, ຫລຸ​ດຜ່ອນ​ການ​ຂາດ​ດຸນ​ງົບປະມານ ​ແລະ ພັນທະ​ອາ​ກອນ​ແກ່ຍາວ​ຕະຫຼອດ​ 3 ປີຜ່ານ​ມາ ​ໃນ​ເວທີ​ການ​ເມືອງ ອາ​ເມ​ລິ​ກາ. ສາຍ​ເຫດ​ຕົ້ນ​ຕໍ່​ທີ່​ພາ​ໄປ​ເຖິງ​ສະພາບ​ບໍ່​ມີ​ທາງ​ອອກ​ນີ້ ສ່ວນ​ຫຼາຍ​ແມ່ນ​ຈາກ​ກົ​ດໝາຍວ່າ​ດ້ວຍ​ການ​ປະຕິ​ຮູບ​ລະບອບ​ປະກັນ​ສຸຂະ​ພາບ​ ​ແລະ ​ສຸຂາພິບານ​ຂອງ​ທຳນຽບຂ່າວ, ທີ່​ເຄີຍ​ເອີ້ນ​ວ່າ ObamaCare.

 

 



ຂ່າວ/ບົດ​ອື່ນ