(vovworld) – ວັນທີ 24/01, ວົງການເຈົ້າໜ້າທີ່ອຳນາດການປົກຄອງທ້ອງຖິ່ນອິນເດຍ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຍົກເລີກແຜນການຢ້ຽມຢາມພະວິຫານ Taj Mahal ໃນການຢ້ຽມຢາມອິນເດຍ ແຕ່ວັນທີ 25 – 27/01 ຈະມາເຖິງ. ຕາມແຜນການກ່ອນນັ້ນ, ທ່ານ Obama ຈະໄປຢ້ຽມຢາມພະວິຫານ Taj Mahal ພ້ອມກັບພັນລະຍາ ໃນວັນທີ 27/01, ພາຍຫຼັງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປະກາດ ສ.ອິນເດຍ (26/01) ຢູ່ Rajpath, ໃຈກາງນະຄອນຫຼວງ New Delhi. ບໍ່ມີເຫດຜົນໃດພິເສດໄດ້ຍົດອອກມາ ເພື່ອອະທິບາຍໃຫ້ການຍົກເລີກແຜນການດັ່ງກ່າວ, ແຕ່ວ່າ, ຕາມໜັງສືພິມ Hindustan Time ຂອງດິນເດຍ, ທ່ານ Obama ຍົກເລີກສ່ວນໜຶ່ງແຜນການຢ້ຽມຢາມອິນເດຍ ເພື່ອໄປ ຊະອຸດີ ອາຣາເບຍ ພາຍຫຼັງກະສັດ Abdullah ເຖິງແກ່ມໍລະນະກຳ.
ໃນເຫດການທີ່ກ່ຽວຂ້ອງ, ຄໍ່າຄືນວັນທີ 24/01, ກົມສືບລາຊະການລັບອິນເດຍ ໄດ້ອອກຄຳສັ່ງເຕື່ອນໄພກັບຕຳຫຼວດ Delhi ກ່ຽວກັບໄພກໍ່ການຮ້າຍ, ພາຍຫຼັງພຽງ 2 – 3 ຊົ່ງໂມງທີ່ການ Obama ເດີນທາງອອກຈາກອາເມລິກາ ເລີ່ມຕົ້ນການຢ້ຽມຢາມອິນເດຍ ແຕ່ວັນທີ 25 – 27/01.